ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີວ່າການກະຊວງເສດຖະກິດ,ການຄ້າແລະອຸດສາຫະກຳຍີ່ປຸ່ນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີວ່າການກະຊວງເສດຖະກິດ,ການຄ້າແລະອຸດສາຫະກຳຍີ່ປຸ່ນ - ảnh 1
ທ່ານ Hayashi Motoo ແລະ ທ່ານ ຫງວຽນ​ຊວນ​ຟຸກ
(ພາບ: VGP/Lê Sơn)

(vovworld) –  ຕອນ​ບ່າຍ​ວັນ​ທີ 19/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Hayashi Motoo, ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ,ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ ທີ່ພວມ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະມາ​ເຖິງ, 2 ປະ​ເທດຈະ​ສຸມ​ໃສ່​ແກ້​ໄຂ​ບັນດາ​ສ່ິງ​ທີ່ຍັງຄົງ​ຄ້າງ, ຍູ້​ແຮງ​ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວົງ​ເງິນ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້ຂອງ ຫວຽດນາມ ​ໄປຍັງ ຍີ່ປຸ່ນ, ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ອຸດສາຫະກຳ​ສຳຮອງ, ກໍ່ສ້າງ​​ໂຮງງານ​ຜະລິດ​ໄຟຟ້າ​ນິວ​ເຄຼຍຢູ່​ແຂວງ ນີງທ້ວນ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ… ທ່ານ Hayashi Motoo, ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ,ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ ຫວັງ​ວ່າ, 2 ຝ່າຍ​ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ແລກ​ປ່ຽນ​ດ້ານ​ເສດຖະກິດ, ການ​ຄ້າ, ພະລັງງານ ນຳກັນ ແລະ ຜັນ​ຂະຫຍາຍ​ການ​ໂອ້​ລົມ​ສົນທະນາ​ນະ​ໂຍບາຍ​ທີ່ກ່ຽວຂ້ອງ​ເຖິງການຕຳ​່​ແຜ່ນ​ຕັດຫຍິບ, ​ແນະນຳ​​ເຕັກ​ໂນ​ໂລ​ຢີຮັບປະກັນ​ຄວາ​ມປອດ​ໄພ​ໃຫ້​ແກ່​​ໂຮງງານ​ໄຟ​ຟ້າ​ນິວ​ເຄຼຍ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ.


ຂ່າວ/ບົດ​ອື່ນ