ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນປີໃໝ່ຢູ່ນະຄອນດ່ານັ້ງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນປີໃໝ່ຢູ່ນະຄອນດ່ານັ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ:vtv.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 8/2, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ຕຳຫຼວດ​ນະຄອນ​ດ່າ​ນັ້ງ. ຢູ່ທີ່ຄະນະ​ພັກ​ເມືອງ ຫາຍ​ເຈົາ, ນະຄອນ ດ່າ​ນັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ: ​ໃນ​ປີ 2016, ​ເມືອງ ຫາຍ​ເຈົາ ສືບ​ຕໍ່​ນຳ​ໜ້າ​ໃນ​ທຸກ​ຂະ​ບວນການ, ສ້າງ​ເຂດ​ຕົວ​ເມືອງອະລິຍະ​ທຳ, ສົມ​ເປັນ​ເມືອງ​ໃຈ​ກາງ, ສ້າງ​ການ​ແຜ່​ຂະຫຍາຍ​ໃນ​ບໍ​ລິ​ເວນ​ນະຄອນ ດ່າ​ນັ້ງ ​ແລະ ​ທົ່ວເຂດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ກໍ່​ໄດ້​ລົງ​ອວຍ​ພອນ​ປີ​ໃໝ່​ປະຊາຊົນ​ຕາ​ແສງ ທ້ວນ​ເຟືອ​ກ, ​ເມືອງ ຫາຍ​ເຈົາ.


ຂ່າວ/ບົດ​ອື່ນ