ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງອານຢາງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງອານຢາງ - ảnh 1
(ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກຢູ່ແຂວງ ອານຢາງ)

(vovworld) – ​ ​ ວັນ​ທີ 04/01, ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ມີ​ການ​ເຮັດ​ວຽກ​ຢູ່​ແຂວງ ອານ​ຢາງ. ​​ເມື່ອເຮັດວຽກ​ກັບ​ການ​ນຳ​ແຂວງ ອານ​ຢາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽ​ນຊວນ​ຟຸກ ສະ​ເໜີ​ແຂວງ ອານ​ຢາງ ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 10 (ອາຍຸ​ການ 2015 - 2020) ຢ່າງຂ້ຽວຂາດ ດ້ວຍ​ຈິດ​ມີໃຈຄວາມ​ຮັບຜິດຊອບ, ຕັດສິນ​ໃຈ​ສຳ​ເລັດ​ໜ້າ​ທີ່. ​ໃນ​ນັ້ນ, ຄວນ​ເປັນ​ເຈົ້າການກຳ​ໄດ້ ​ແລະ ​ແກ້​ໄຂ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເປັນ​ຢ່າງ​ດີ. ສະ​ເພາະ​ກ່ຽວກັບ​ເລື່ອງ​ປ້ອງ​ກັນ, ຕ້ານ​ການຄ້າ​ເຖື່ອນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ແຂວງ ອານ​ຢາງ ​ຕ້ອງໂຄສະນາ​ ​ເພື່​ອ​ໃຫ້ປະຊາຊົນບໍ່ໜູນ​ຊ່ວຍ ແລະ ​ເຂົ້າ​ຮ່ວມ​ການ​ຂົນ​ສົ່ງ​ການຄ້າ​ເຖື່ອນ. ຄຽງ​ຂ້າງ​ນັ້ນ ​ແຂວງ ອານ​ຢາງ ກໍ່​ຄວນຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ. ​ນັບ​ແຕ່​ນີ້​ຮອດກ່ອນບຸນປີ​ໃໝ່​ປະຈຳ​ຊາດ ​ແຂວງ​ຄວນ​ຕັດສິນ​ໃຈເປີດ​ບັ້ນ​ຮົບປ້ອງ​ກັນ ຕ້ານ​ການ​ຄ້າ​ເຖື່ອນ ດ້ວຍ​ການ​ສົມທົບ​ຂອງ​ກຳລັງທັງ​ໝົດ​ໃນ​ບໍລິ​ເວນ​.

ຂ່າວ/ບົດ​ອື່ນ