ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມກອງປະຊຸມສະຫຼຸບຂະແໜງທະນາຄານ

ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມກອງປະຊຸມສະຫຼຸບຂະແໜງທະນາຄານ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP/ThanhChung)

(vovworld) – “ບັນດາ​ຜົນງານ​ເຊິ່ງ​ເສດຖະກິດ​ຫວຽດນາມ ​ບັນລຸ​ໄດ້​ໃນ​ປີ 2015 ສ່ອງ​ແສງ​ໃຫ້​ເຫັນ​ຜົນງານ​ຂອງ​ໄລຍະ 2011-2015, ​ເຊິ່ງພັກ, ລັດ​ໄດ້​ຫັນ​ທິດ​ຈາກ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ໄປ​ສູ່​ການ​ຮັບ​ສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ນັບ​ແຕ່​ຕົ້ນ​ປີ 2011“. ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່ກອງ​ປະຊຸມ​ສະຫຼຸບ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ ​ແລະ ການ​ເຄື່ອນ​ໄຫວ​ຂອງທະນາຄານ​ໃນ​ປີ 2015, ກຳນົດ​ທິດ​ທາງ​ບໍລິຫານ​ປີ 2016, ​ໂດຍ​ທະນາຄານ​ແຫ່ງລັດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/12 ຢູ່ຮ່າ​ໂນ້ຍ. ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ທະນາຄານ​ແຫ່ງ​ລັດ ສືບ​ຕໍ່​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ຢ່າງ​ເປັນ​ເຈົ້າ​ການ, ​ມີ​ໄຫວ​ພິບ ​ແລະ​ມີ​ປະສິດທິຜົນ, ສົມທົບກັບ​ນະ​ໂຍບາຍ​ປີ​ການ​ເງິນຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ. ພິ​ເສດ, ຂະ​ແໜງ​ທະນາຄານ ຕ້ອງ​ຮັບປະກັນ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ນັບ​ແຕ່​ຕົ້ນ​ປີ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການພັດທະນາ​ການ​ຜະລິດ, ຍົກ​ສູງ​ຄຸນ​ນະພາ​ບສິນ​ເຊື້ອ ​ແລະ ບັນດາ​ຂົງ​ເຂດ​ບຸລິມະສິດ; ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ພິ​ເສດ​ແມ່ນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ປະສິດທິ​ຜົນ​ການ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ. ຄຽງ​ຂ້າງ​ນັ້ນ, ຂະ​ແໜງ​ທະນາຄານ​ກໍ່​ຕ້ອງ​ຄວບ​ຄຸມ​ການ​ໃຫ້​ກູ້​ຢືມ​ອະສັງ​ຫາ​ລິ​ມຊັບຢ່າງ​ເຄັ່ງ​ຄັດ, ຮັບປະກັນ​ປະສິດທິ​ຜົນ​ແຫຼ່ງທຶນ.

 

ຂ່າວ/ບົດ​ອື່ນ