ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ: ຍົກສູງກຳລັງແກ່ງແຍ້ງແລະພັດທະນາການບໍລິການ logistics

(VOVWORLD) -ກະຊວງອຸດສາຫະກຳການຄ້າຫວຽດນາມ ຫາກໍ່ມີບົດລາຍງານທຳອິດວັນທີ 30 ກໍລະກົດ 2019 ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາ logistics ຫວຽດນາມ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ: ຍົກສູງກຳລັງແກ່ງແຍ້ງແລະພັດທະນາການບໍລິການ logistics - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ

(ພາບ: VGP)

ບົດລາຍງານໄດ້ຄັດຕົວເລກຈາກສະຫະສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ (VLA) ໃຫ້ຮູ້ວ່າ, ປະຈຸບັນໃນທົ່ວປະເທດມີວິສາຫະກິດປະມານ 4.000 ແຫ່ງພວມເຄື່ອນໄຫວໃນຂົງເຂດ logistics, ປະມານ 70% ຈຳນວນວິສາຫະກິດດັ່ງກ່າວສຸມໃສ່ຢູ່ນະຄອນໂຮ່ຈິມິນ ແລະ ບັນດາແຂວງໃກ້ຄຽງ. ບັນດາວິສາຫະກິດ logistics ຫວຽດນາມ ສ່ວນຫຼາຍແມ່ນມີຂອບຂະໜາດນ້ອຍ, ມີ 90% ວິສາຫະກິດເມື່ອຈົດທະບຽນລ້ວນແຕ່ມີທຶນຕ່ຳກວ່າ 10 ຕື້ດົ່ງ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນ, ປະຕູດຽວແຫ່ງຊາດ ແລະ ສ້າງຄວາມສະດວກດ້ານການຄ້າ ແລະ logistics, ຖືວ່າ, ຕົວເລກລາຍຈ່າຍ logistics ຂອງວິສາຫະກິດກວມເອົາ 20% GDP, ແຕ່ການປະກອບສ່ວນຂອງຂະແໜງ logistics ເຂົ້າ GDP ພຽງກວມເອົາແຕ່ 4 – 5%, ສະນັ້ນ, ໃນໄລຍະຈະມາເຖິງຕ້ອງເພີ່ມທະວີການປະກອບສ່ວນຂອງຂະແໜງນີ້ ແລະ ຫຼຸດຜ່ອນລາຍຈ່າຍ logistics ຂອງວິສາຫະກິດໃນ GDP. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ກ່າວວ່າ.

        “ກະຊວງອຸດສາຫະກຳການຄ້າເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄົ້ນຄວ້າ, ຕີລາຄາສັງລວມກ່ຽວກັບການສ້າງໂຄງການຈຸດໝາຍພັດທະນາການບໍລິການ logistics, ຍົກສູງກຳລັງແກ່ແຍ້ງ ແລະ ການພັດທະນາການບໍລິການດັ່ງກ່າວຮອດປີ 2025, ປະກອບເຂົ້າ GDP ແຕ່ 8 - 10%, ລະດັບເຕີບໂຕໃນແຕ່ລະປີແມ່ນແຕ່ 14 – 20%, ຢືນອັນດັບທີ 50 ໃນຕົວເລກແກ່ງແຍ້ງຂອງໂລກຂຶ້ນໄປ ແລະ ຫຼຸດຜ່ອນລາຍຈ່າຍໃຫ້ແກ່ວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ