ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ຢູແກຼນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Pavlo Klimkin ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 04 – 06 ກັນຍາ 2017. 
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ຢູແກຼນ - ảnh 1  ທີ່ການເຈລະຈາ

ຕອນເຊົ້າວັນທີ 06 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Pavlo Klimkin. ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືບັນດາມາດຕະການຢ່າງລະອຽດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ການສຶກສາ - ບຳລຸງສ້າງ, ແຮງງານ, ວັດທະນະທຳ…ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະ ຕອບສະໜອງຄວາມຕ້ອງການຢູ່ແຕ່ລະປະເທດ. ລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບນຳກັນວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊືື້ອການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງ 2 ກະຊວງການຕ່າງປະເທດ ບົນພື້ນຖານບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ. ລັດຖະມົນຕີ 2 ທ່ານກໍ່ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ອອກແຈ້ງການກ່ຽວກັບໝາກຜົນການມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Pavlo Klimkin.

ຕອບກັບ

ຂ່າວ/ບົດ​ອື່ນ