ຮອງນາຍົກລັດຖະມົນຕີ ວູ້ດຶກດາມ ລົງກວດກາວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພສະບຽງອາຫານ


ຮອງນາຍົກລັດຖະມົນຕີ ວູ້ດຶກດາມ ລົງກວດກາວຽກງານຮັບປະກັນຫຼັກອະນາໄມຄວາມປອດໄພສະບຽງອາຫານ - ảnh 1
ພາບ​ປະ​ກອບ

(vovworld)- ຕອນ​ເຊົ້າ​ວັນ​ທີ 13/8, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ໄປ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ຂັ້ນ​ຕອນ​ປູກ​ຜັກ​ສະ​ອາດ​ຢູ່​ຟາມ​ປູກ​ຜັກ ເຮືອງ​ຫວຽດ​ຊິງ, ເຂດ​ເຕັກ​ໂນ​ໂລ​ຢີ​ສູງ​ຕາ​ແສງ​ຫວຽດ​ດ​ວານ, ເມືອງ​ຕຽນ​ຢູ, ແຂວງ​ບັກ​ນິງ. ໂອ້​ລົ​ມກັບຊາວ​ສວນ​ປູກ​ຜັກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ໄດ້​ຕັກ​ເຕືອນ​ຊາວ​ສວນ ຈົ່ງ​ພ້ອມ​ກັນ​ປູກ​ຜັກ​ສະ​ອາດ, ບໍ່​ເພື່ອ​ຜົນ​ປະ​ໂຫຍດ​ສະ​ເພາະ​ໜ້າ, ຕ້ອງ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົ​ງ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ກໍ​ໄດ້​ຢ້ຽມ​ຢາມ​ຄອບ​ຄົວ​ໜຶ່ງ​ທຳ​ການ​ລ້ຽງ​ງົວ​ພັນ​ນົມທີ່ສະ​ໜອງ​ນ້ຳ​ນົມ​ສົດ​ໃຫ້​ແກ່​ບໍ​ລິ​ສັດ Vinamilk ແລະ ບໍ​ລິ​ສັດ​ອື່ນໆ​ອີກ.
ຂ່າວ/ບົດ​ອື່ນ