ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ທ່ານ Hiroshi Fukada, ເອກ​ອັກຄະ​ລັດຖະທູ​ດຍີ່ປຸ່ນ ປະຈຳ​ຫວຽດນາມ
(ພາບ: btv.org.vn)


(vovworld) – ​​ຕອນ​ບ່າຍ​ວັນ​ທີ 26/09, ຢູ່​ສຳນັກງານ​ລັດຖະບານ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Hiroshi Fukada, ເອກ​ອັກຄະ​ລັດຖະທູ​ດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດຍີ່ປຸ່ນ ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ນະໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ມານະພະ​ຍາ​ຍາມ​ພ້ອມ​ກັບ​ຍີ່ປຸ່ນ ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມືກັບ​ຍີ່ປຸ່ນ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຍີ່​ປຸນ ​ໃຫ້​ໝັ້ນຄົງ​ຍາວ​ນານ​ຢ່າງ​ແທດ​ຈິງ, ພ້ອມ​ກັນ​ພັດທະນາ. ທ່ານ​ເອກ​ອັກຄະ​ລັດຖະທູດ Hiroshi Fukada ຢືນຢັນ​​ເຖິງ​ເລື່ອງຖື​ເປັນ​ສຳຄັນ​​ການ​ພົວພັນ​ກັບ​ຫວຽດນາມ ​ຂອງຍີ່ປຸ່ນ ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ 2 ປະ​ເທດ​ຈະຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ແຫຼ່ງທຶນ ODA, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ວັດທະນະທຳ​ກວ່າ​ອີກ. ທ່ານ​ເອກ​ອັກ​ຄິລັດຖະທູດ Hiroshi Fukada ​ເນັ້ນ​ໜັກ​​ເຖິງ​ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນ ​ແລະ ​ເພີ່ມ​ພູນຄຸນ​ສ້າງ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ