ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຂວງ ບ່າເຣີຍ - ວູ້ງເຕົ່າ

(VOVWORLD) -ລັດຖະບານຈະຊີ້ນຳກະຊວງສາທາລະນະສຸກຈັດແບ່ງວັກຊິນໃຫ້ແກ່ບັນດາທ້ອງຖິ່ນຈຸດສຸມທິດຕາເວັນອອກສ່ຽງໃຕ້ຫວຽດນາມ, ໃນນັ້ນມີແຂວງ ບ່າເຣີຍ - ວູ້ງເຕົ່າ.
ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຂວງ ບ່າເຣີຍ - ວູ້ງເຕົ່າ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຮັດວຽກຢູ່ແຂວງ ບາເຣີຍ - ວູ້ງເຕົ່າ
(ພາບ: baobariavungtau.com.vn)

ຕອນບ່າຍວັນທີ 12 ກໍລະກົດ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ນຳໜ້າໄດ້ກວດກາ, ເຮັດວຽກຢູ່ແຂວງ ບາເຣີຍ - ວູ້ງເຕົ່າ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ, ລັດຖະບານຈະຊີ້ນຳກະຊວງສາທາລະນະສຸກຈັດແບ່ງວັກຊິນໃຫ້ແກ່ບັນດາທ້ອງຖິ່ນຈຸດສຸມທິດຕາເວັນອອກສ່ຽງໃຕ້ຫວຽດນາມ, ໃນນັ້ນມີແຂວງ ບ່າເຣີຍ - ວູ້ງເຕົ່າ. ກ່ຽວກັບທາງທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ຮຽກຮ້ອງວ່າ:

        “ແຂວງ ບ່າເຣີຍ - ວູ້ງເຕົ່າ ຕ້ອງຜັນຂະຫຍາຍບັນດາບ້ວງຮັບປະກັນຊີວິດສັງຄົມ, ຢູ່ບັນດາເຂດທີ່ປະຕິບັດຕາມຄຳສັ່ງເລກທີ 16 ເລື່ອງສະໜອງທັນຍາຫານ, ສະບຽງອາຫານ, ເຄື່ອງຂອງທີ່ຈຳເປັນໃຫ້ແກ່ຜູ້ແຍກຕົວແມ່ນສຳຄັນທີ່ສຸດ. ທາງແຂວງຕ້ອງລະດົມບັນດາກຳລັງ, ຈັດຕັ້ງການຂາຍເຄື່ອງທາງອອນລາຍ, ລົດເຄື່ອນທີ່ແມ່ນຈະຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ. ນອກນັ້ນ, ແຂວງ ບ່າເຣີຍ - ວູ້ງເຕົ່າ ກໍ່ຕ້ອງເອົາໃຈໃສ່, ໜູນຊ່ວຍໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກຄື: ຜູ້ເຖົ້າຜູ້ແກ່, ຄົນເຈັບ, ທະຫານເສຍອົງຄະ, ຄອບຄົວນະໂຍບາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ