ຮອງປະ​ທານປະເທດດັ້ງທີງອັກທິ້ງພົບປະກັບຊາວຫວຽດນາມແລະບາງບໍລິສັດອົດສະຕາລີມີຄວາມສົນໃຈຢາກລົງທຶນຢູ່ຫວຽດນາ​ມ

(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ລັດ Victoria, ວັນທີ 25 ເມສາ 2018, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຜູ້ຕາງໜ້າພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ດີເດັ່ນອາໄສຢູ່ລັດ Victoria ແລະ ໃຫ້ການຕ້ອນຮັບບາງບໍລິສັດຂອງອົດສະຕາລີທີ່ມີຄວາມສົນໃຈຢາກມາລົງທຶນຢູ່ຫວຽດນາມ ແລະ ອະດີດເອກອັກຄະລັດຖະທູດອາເມລິກາຜູ້ທຳອິດທີ່ມາປະຈຳຢູ່ຫວຽດນາມ.
ຮອງປະ​ທານປະເທດດັ້ງທີງອັກທິ້ງພົບປະກັບຊາວຫວຽດນາມແລະບາງບໍລິສັດອົດສະຕາລີມີຄວາມສົນໃຈຢາກລົງທຶນຢູ່ຫວຽດນາ​ມ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງພົບປະກັບຜູ້ຕາງໜ້າພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ດີເດັ່ນອາໄສຢູ່ລັດ Victoria

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ຍ້ອງຍໍຊຊົມເຊີຍບັນດາຜົນງານຂອງພໍ່ແມ່ພີ່ນ້ອງໃນໄລຍະຜ່ານມາ, ໃນນັ້ນ ມີບາງບຸກຄົນດີເດັ່ນໄດ້ປະສົບຜົນສຳເລັດໃນຂົງເຂດການດຳເນີນທຸລະກິດ, ການບໍລິການ, ການຜະລິດ ແລະຖານພບົດບາດໃນສັງຄົມສູງຢູ່ລັດ Victoria. ທ່ານນາງຮອງປະທານປະເທດ ໃຫ້ຮູ້ວ່າ ຫວຽດນາມ ແລະ ອົດສະຕາລີ ຫາກໍໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ສອງປະເທດພວມຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ, ໃນນັ້ນ ການພົບປະແລກປ່ຽນດ້ານວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງຊາວຫວຽດນາມແຕ່ລະຄົນຢູ່ລັດ Victoria ແມ່ນຂົວເຊື່ອມຕໍ່ແທ້ຈິງໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ.

        ທີ່ການພົບປະກັບຜູ້ຕາງໜ້າບັນດາວິສາຫະກິດຂະໜາດໃຫຍ່ຂອງລັດ Victoria ທີ່ມີຄວາມສົນໃຈຢາກມາລົງທຶນເຂົ້າຫວຽດນາມ, ທ່ານນາງຮອງປະທານປະເທດ ຕີລາຄາສູງຕໍ່ບັນດາແນວຄິດຢາກລົງທຶນຂອງບັນດາວິສາຫະກິດລັດ Victoria; ໂດຍເນັ້ນໜັກວ່າ ຫວຽດນາມ ແລະອົດສະຕາລີ ແມ່ນສອງພື້ນຖານເສດຖະກິດທີ່ມີລັກສະນະໜູນຊ່ວຍກັນຢ່າງສູງ, ສະນັ້ນ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຍັງ ໃຫຍ່ຫຼວງຢູ່; ເລື່ອງສອງປະເທດຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃນໄລຍະຈະມາເຖິງ ຈະປະກອບສ່ວນຍູ້ແຮງການຮ່ວມມືໃນບັນດາຂົງເຂດດັ່ງກວ່າໃຫ້ດີກ່າວອີກ.

        ທີ່ການຕ້ອນຮັບທ່ານ Douglas Peterson, ອະດີດເອກອັກຄະລັດຖະທູດອາເມລິກາຜູ້ທໍາອິດທີ່ມາປະຈຳຢູ່ຫວຽດນາມ, ທ່ານນາງຮອງປະທານປະເທດ ກໍໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ທ່ານ Peterson  ສຳລັບວິວັດການຫັນເປັນປົກກະຕິ ກໍຄືການພັດທະນາການພົວພັນ ຫວຽດນາມ - ອາເມລິກາ; ທ່ານໃຫ້ຮູ້ຕື່ມອີກວ່າ, ປັດຈຸບັນ, ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ, ໂດຍສະເພາະແມ່ນ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເມື່ອເດືອນ ກໍລະກົດ 2013.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ອອກຈາກ Melnourne ໄປ Sydney, ລັດ New South Wales ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຄັ້ງທີ 28 ແລະ ສືບຕໍ່ບັນດາການເຄື່ອນໄຫວພົບປະແລກປ່ຽນສອງຝ່າຍຕາມລາຍການຂອງການຢ້ຽມຢາມ.


ຕອບກັບ

ຂ່າວ/ບົດ​ອື່ນ