ຮອງປະທານປະເທດ Nguyen Thi Doan ມອບຂອງຂວັນໃຫ້ ຄອບຄົວນະໂຍບາຍແຂວງ ກວາງຈິ້

ຮອງປະທານປະເທດ Nguyen Thi Doan ມອບຂອງຂວັນໃຫ້ ຄອບຄົວນະໂຍບາຍແຂວງ ກວາງຈິ້ - ảnh 1
( ພາບປະກອບ )

( vovworld ) -   ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງ​ຄະ - ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ( 27/7 ), ​ໃນ​ລະຫວ່າງ​ວັນ​ທີ 2 – 3/7, ທ່ານນາງ​ຮອງປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່ບັນດາ​ຄອບຄົວ​ເປົ້າໝາຍນະ​ໂຍບາຍ​ຢູ່​ແຂວງ​ກວາງ​ຈິ້. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​​ໃຫ້​ຄຳ​ຕັກ​ເຕື່ອນ​ອຳນາດ​ການ​ປົກຄອງ​ແຂວງ​ກວາງ​ຈິ້ ຍາມ​ໃດກໍ​ຕ້ອງເອົາ​ໃຈ​​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່ບັນດາ​ຄອບຄົວ​​ເປົ້າ​ໝາຍນະໂຍບາຍ ​ແລະ ປ​າດຖະໜາ​ວ່າ ບັນດາ​ທະຫານ​ເສຍ​ອົງຄະຈົ່ງ​ຜ່ານ​ຜ່າສະພາບ​ເຈັບ​ເປັນພິການ, ຍາມ​ໃດ​ກໍ່​ເປັນ​ແບບຢ່າງ, ​ສົມ​ເປັນ​ທະຫານ​ຂອງລຸງ​ໂຮ່ ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນຮໍ່າຮຽນ​ຕາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​​ໄປຖະຫວາຍ​ທູບ​ທຽນ, ​ອາ​ໄລ​ຫາດ​ວງວິນ​ຍານ​ບັນດາ​ນັກ​ຮົບວິລະ​ຊົນຢູ່​​ເຂດ​ສຸສານ​ນັກຮົບເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ​ເຈື່ອງ​ເຊີນ, ຖະຫວາຍ​ທູບ​ທຽນຢູ່​ເຂດ​ສຸ​ສານນັກຮົບເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ທາງຫຼວງເລກ 9 ​ແລະ ກຳ​ແພງ​ເກົ່າ​ກວາງ​ຈິ້...

ຂ່າວ/ບົດ​ອື່ນ