ຮອງປະທານສະພາແຫ່ງຊາດອວງຈູລິວພົບປະກັບຄະນະພະນັກງານກອງເຍົາວະຊົນດີເດັ່ນແຂວງບັກກ້ານ

(VOVWORLD) -ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ພົບປະກັບກອງພະນັກງານເຍົາວະຊົນດີເດັ່ນ, ເຍົາວະຊົນທີ່ມີຜົນງານດີເລີດຂອງແຂວງບັກກ້ານ ທີ່ເຂົ້າຮ່ວມງານມະຫາກຳ “ເຍົາວະຊົນ ບັກກ້ານ ປະຕິບັດຕາມຄຳສັ່ງຂອງປະທານໂຮ່ຈິມິນ” ສົກຮຽນ 2017 – 2018.

ຮອງປະທານສະພາແຫ່ງຊາດອວງຈູລິວພົບປະກັບຄະນະພະນັກງານກອງເຍົາວະຊົນດີເດັ່ນແຂວງບັກກ້ານ - ảnh 1ທ່ານຮອງປະທານສະພາແຫ່ງຊາດອວງຈູລິວພົບປະກັບຄະນະພະນັກງານກອງເຍົາວະຊົນດີເດັ່ນແຂວງບັກກ້ານ

(ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ຍ້ອງຍໍ, ຊົມເຊີຍບັນດາຜົນງານ, ໝາກຜົນເຊິ່ງບັນດານ້ອງນ້ອຍເຍົາວະຊົນ, ອະນຸຊົນແຂວງບັກກ້ານ ບັນລຸໄດ້ໃນຊຸມປີຜ່ານມາ. ເນັ້ນໜັກວ່າ, ຜູ້ແທນດີເດັ່ນ 84 ນ້ອງແມ່ນບັນດາແບບຢ່າງດີເດັ່ນ, ຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ບັນດານ້ອງນ້ອຍເຍົາວະຊົນ, ອະນຸຊົນແຂວງ ບັກກ້ານ ຈະສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຝຶກຝົນຫຼໍ່ຫຼອມເຮັດວຽກງານດີຫຼາຍຢ່າງ, ສົມເປັນລູກຮູ້ຄວາມ, ຮຽນເກັ່ງ, ກາຍເປັນພົນລະເມືອງດີມີຜົນປະໂຫຍດ, ມີຄວາມເກັ່ງກ້າຜ່ານຜ່າຄວາມຫຍຸ້ງຍາກ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ