ຮອງປະທານາທິບໍດີອາເມລິກາ Joe Biden ຢ້ຽມຢາມຢູແກຼນ

ຮອງປະທານາທິບໍດີອາເມລິກາ Joe Biden ຢ້ຽມຢາມຢູແກຼນ - ảnh 1
ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden
(ພາບ​ອີນ​ເຕີ​ແນັດ)

(vovworld) - ຕອນ​ຄ່ຳ​ວັນ​​ທີ 06/12 (ຕາມ​ເວລາ​ຢູ​ແກຼນ), ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden ມາ​ຢ້ຽ​ມ​ຢາມ​ຢູ​ແກ​ຼນ ເພື່ອ​ຢັ້ງ​ຢືນ​ອີກ​ຄັ້ງ​ໜຶ່ງ​ເລື່ອງ ວໍ​ຊິງ​ຕັນ ຍັງ​​ຄົງໜູນ​ຊ່ວຍ​ປະ​ເທດ​ທີ່​ພວມ​ຕົກ​ຢູ່​ໃນ​ສະ​ພາບ​ວິ​ກິດ​ການນີ້ ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ​ອາ​ເມ​ລິ​ກາ ພວມ​ສົມ​ທົບ​ກັບ​ລັດ​ເຊຍ ຕ້ານ​ກຸ່​ມ​ອົງ​ກ​ານ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່​ຊີ​ຣີ. ຕາມ​ແຜນ​ການ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເທ​ລິ​ກາ Biden ຈະ​ມີ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ເຈົ້າ​ພາບ Petro Poroshenko ໃນ​ວັນ​ທີ 07/12 ແລະ ມີ​ບົດ​ກ່າວ​ຄຳ​ເຫັນ​ທີ່​ສະ​ພາ​ແຫ່ງ​ຊາດຢ​ູ​ແກຼນ ໃນ​ມື​ຕໍ່​ມາ.

      ການ​ຢ້ຽມ​ຢາມ​ຂອງທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden ແກ່​ຍາວ​ເປັນ​ເວ​ລາ 3 ວັນ ແລະ ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທີ 4 ຂອງ​ທ່ານເຖິງ​ຢູ​ແກຼນ ພາບ​ຫຼັງ​ນັບ​ແຕ່​ເມື່ອ​​ທີ່ແຫຼມ Crimea ​ຖືກ​ໂອນ​ເຂົ້າ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ