ຮອງລັດຖະມົນຕີປ້ອງກັນປະເທດຫວຽດນາມ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອາເມລິກາ
![ຮອງລັດຖະມົນຕີປ້ອງກັນປະເທດຫວຽດນາມ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ອາເມລິກາ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_03_18/182.jpg)
ທ່ານ ພົນໂທ ຫງວຽນຈີ໋ວີ້ງຕ້ອນຮັບ ທ່ານ Ted Osius
ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 17/3, ຢູ່ ຮ່າໂນ້ຍ, ທ່ານ ພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ສອງຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ກໍ່ປືກສາຫາລື ມາດຕະການຈຳນວນໜື່ງ ເພື່ອແນໃສສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ຊອກຫາພົນທະຫານທີ່ໄດ້ຫາຍສາບສູນໃນສົງຄາມ, ສົ່ງຄືນວັດຖຸພັນ, ລ້າງທາດພິດສີສົ້ມ/ດີໂອຊີນ, ມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມ