ຮອງຫົວຫນ້າຜູ້ບັນຊາການກອງທັບ ກຳປູເຈຍ ຢ້ຽມຢາມ ຫວຽດນາມ

(vovworld) - ຕອນ​ບ່າຍ​ວັນ​ທີ 18/9, ພົນ​ຕີ Tran Quang Khe ຮອງ​ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ພົນ​​ເອກ       At Sa Rat ຮອງຫົວຫນ້າຜູ້ບັນຊາ​ການກອງທັບ ທັງ​ເປັນ​ຫົວຫນ້າ​ກົມ​ອົບຮົມ ກອງທັບ​ກຳ​ປູ​ເຈຍ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ປະສານ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ກົມ​ໂຮງຮຽນ, ກອງ​ເສນາ​ທິການ​ໃຫຍ່, ກອງ​ປະ​ທັບ​ປະຊາຊົນ ຫວຽດນາມ ​ແລະ ກົມ​ອົບຮົມ ກອງທັບ​ກຳປູ​ເຈຍ. ​ໃນ​ປີ 2012, ວຽກ​ງານ​ບຳລຸງສ້າງ​, ອົບຮົມພະນັກງານ, ຊ່ວຍ​ເຫລືອ​ດ້ານ​ພາຫະນະອຸປະກອນ, ​ເຕັກນິກ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ ​ໃຫ້​ແກ່​ບັນດາ​ໂຮງຮຽນ​​ໃນ​ກອງທັບ​ກຳປູ​ເຈຍ ​ແມ່ນ​ແທດ​ຈິງ ​ແລະ ມີ​ຄຸນ​ນະພາ​ບ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ກອງທັບ​ສອງ​ປະ​ເທດ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຖອດ​ຖອນ​ບົດຮຽນ​ໃນ​ວຽກ​ງານ​ບຳລຸງ​ສ້າ​ງພະນັກງານ. ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ໃນ​ບັນດາ​ຂົງ​ເຂດ​ວຽກ​ງານ​ການ​ທະຫານ​ໃຫ​້​ແກ່​ກອງທັບ​ກຳປູ​ເຈຍ.

 

ຂ່າວ/ບົດ​ອື່ນ