ຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ຢ້ຽມຢາມນະຄອນໂຮ່ຈິມິນ

ຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ຢ້ຽມຢາມນະຄອນໂຮ່ຈິມິນ - ảnh 1
ທ່ານ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ
​ຕ້ອນຮັບຄະນະ​ຜູ້​ແທນ​ຍີ່ປຸ່ນ
(ພາບ: TTXVN)


​(vovworld) –  ຕອນ​ຄໍ່າ​ວັນ​ທີ 12/04, ທ່ານ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຍີ່ປຸ່ນ ​ໂດຍ​ທ່ານ Hiroshige Seko, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ນຳໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລ​ແທງ​ຫາຍ ​ໃຫ້​ຮູ້​ວ່າ, ນອກຈາກຂົງ​ເຂດ​ອຸດສາຫະກຳ, ນະຄອນ​ໂຮ່ຈິ​ມິນ ປາດ​ຖະໜາ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ກັບ​ຍີ່ປຸ່ນ ໃນ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ, ພິ​ເສດ​ແມ່ນ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ສາທາລະນະ​ສຸກ. ທ່ານ Hiroshige Seko ຢືນຢັນ​ວ່າ, ລັດຖະບານ​ຍີ່ປຸ່ນ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ການ​ສຶກສາ​ບຳລຸ​ງສ້າງ.

ຂ່າວ/ບົດ​ອື່ນ