![ຮອບເຈລະຈາຄັ້ງທີ2FTAຫວຽດນາມ-ພັນທະມິດພາສີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_06_26/hoang.jpeg)
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫວູຮູຍຮ່ວາງ
ພາບ:TTXVN
|
(vovworld)-ພາຍຫລັງລັດຖະບານບັນດາຝ່າຍອະນຸມັດແຜນການເຈລະຈາ, ຮອບເຈລະຈາຄັ້ງທີ 2 ສັນຍາການຄ້າເສລີ(FTA) ລະຫວ່າງຫວຽດນາມ ແລະ ພັນທະມິດພາສີສາມປະເທດຊື່ງລວມມີ: ເບລາຣຸດ, ກາຊັກສະຖານ ແລະ ລັດເຊຍ ໄດ້ດຳເນີນໄປແຕ່ວັນທີ 20-25/6 ຢູ່ນະຄອນຫລວງມົດສະກູ ສະຫະພັນລັດເຊຍ. ນະທີ່ນີ້, ທ່ານດັ້ງຮ່ວາງຫາຍ, ຫົວຫນ້າຄະນະເຈລະຈາຂັ້ນເຕັກນິກ, ສັງກັດກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ທ່ານ Andrey Tochin ລັດຖະມົນຕີຮັບຜິດຊອບດ້ານການຄ້າຂອງຄະນະກຳມະການເສດຖະກິດ ອາຊີ ເອີລົບ ແລະ 10 ຫນ່ວຍງານ ໄດ້ປຶກສາຫາລືບັນດາເນື້ອໃນຂອງສັນຍາ. ທີ່ວາລະປະຊຸມຄົບຄະນະ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫວູຮູຍຮ່ວາງທ່ານ Andrey Tochin ອີກຄັ້ງຫນຶ່ງໄດ້ຢືນຢັນວ່າ ຈະເຈລະຈາສັນຍາການຄ້າເສລີໃຫ້ສອດຄ່ອງກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ.