ຮ່າຕິງ: ພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

(VOVWORLD) - ໃນຈຳນວນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຊອກຫາໃນລະດູແຫ້ງນີ້ມີ 2 ອັດຖິຢູ່ນະຄອນຫຼວງ ວຽງຈັນ
ຮ່າຕິງ: ພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ - ảnh 1ພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຮົບອາສາສະໝັກທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ 

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ໜ້ຳ (ເມືອງ ເຮືອງເຊີນ, ແຂວງ ຮ່າຕິງ) ກອງບັນຊາການທະຫານເຂດ IV ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຈັດຕັ້ງພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຮົບອາສາສະໝັກທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ. ລະດູແລ້ງປີ 2017 – 2018, ກອງທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂຶ້ນກັບກອງບັນຊາການທະຫານແຂວງ ຮ່າຕິງ ໄດ້ຊອກຄົ້ນ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ໄດ້ 12 ອັດຖິ ແລະ ສົ່ງກັບເມືອບ້ານເກີດເມືອງນອນ. ໃນຈຳນວນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຊອກຫາໃນລະດູແຫ້ງນີ້ມີ 2 ອັດຖິຢູ່ນະຄອນຫຼວງ ວຽງຈັນ, 10 ອັດຖິຢູ່ແຂວງ ບໍລິຄຳໄຊ. ພິເສດ, ໃນນັ້ນມີທະຫານເສຍສະຫຼະຊີວິດເພື່ອຊາດໜຶ່ງຄົນມີຂໍ້ມູນຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ