ຮໍ່າຮຽນ ແລະ ປະຕິບັດບາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ແມ່ນວຽກງານທີ່ແທດຈິງ, ຍາວນານ

ຮໍ່າຮຽນ ແລະ ປະຕິບັດບາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ແມ່ນວຽກງານທີ່ແທດຈິງ, ຍາວນານ - ảnh 1
(ຮໍ່າຮຽນ ​ແລະ ປະຕິບັດ​ບາ​ມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/10, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ກອງ​ປະຊຸມ​​ແລກ​ປ່ຽນ​ວຽກ​ງານຄະນະ​ປະຈຳ​ພັກ​ແຂວງ ຂອງ 21 ​ແຂວງ, ນະຄອນ​ຂຶ້ນ​ກັບ​ພາກ​ໃຕ້ຫວຽດນາມ ກ່ຽວ​ກັບໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 03 ຂອງ​ກົມ​ການ​ເມືອງ “ສືບ​ຕໍ່​ຍູ້​ແຮງ​ການຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ”. ທີ່​ກອງ​ປະຊຸມ​ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ: ຄະ​ນະ​​ພັກ​ທຸກ​ຂັ້ນຕ້ອງ​ຊາບ​ຊຶມ​ຄວາມ​ສຳຄັນ, ຄວາມ​ໝາຍຢ່າງ​ແທດ​ຈິງ, ຍາວ​ນານກ່ຽວ​ກັບ​ການຮໍ່າຮຽນ ​ແລະ ປະຕິບັດ​ບາ​ມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ​ໃນ​ນັ້ນ,ຍົກ​ສູງ​ບົດບາດ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​​ພະ​ນັກ​ງານ​ການ​ນຳ. ທ່ານ ຫງວຽນ​ແມ້ງ​ຮຸ່ງ, ຮອງ​ເລຂາ​ຜູ້​ປ​ະຈຳ​ການ​ຄະນະ​ພັກ, ປະທານ​ສະພາ​ປະຊາຊົນ​ແຂວງ ບິ່ງ​ທ້ວນ ​​ມີ​ຄຳ​ເຫັນ​ວ່າ.

        “ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ, ສົມທົບ​ກັບ​ການ​ກວດກາ ​ແລະ ຊີ້​ນຳ​ວຽກງານ​ກວດກາ​ດ້ວຍ​ຕົນ​ເອງ ກຳນົດ​ຖືກຕ້ອງ​ບົດບາດ​ໜ້າ​ທີ່​ຂອງ​ຜູ້ນຳ​ໜ້າ ຫຼື ຜູ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສູງ​ສຸດ​ໃນ​ຄະ​ນະ​ພັກຂັ້ນ​ຕ່າງໆ. ​ຕ້ອງ​ມີສະຕິຕື່ນ​ຕົວ ​ຕິດ​ພັນກັບ​ບັນດາ​ມາດ​ຕະການ​ປັບ​ໄໝ​ລົງ​ໂທດ​ການລະ​ເມີດ ​ແລະ ໂຮມປະຊຸມ​ແລກ​ປ່ຽນ​ວຽກ​ງານ​ເປັນ​ປ​ະ​ຈຳ ​ເພື່ອ​ຮັບປະກັນການ​ປະຕິບັດ​ວິວັດ​ການ​ດັ່ງກ່າວ​​ຢ່າງ​ຕໍ່​ເນື່ອງ”.

ຂ່າວ/ບົດ​ອື່ນ