ຮ່າ​ໂນ້ຍ​ຈະ​ສ້າງ​ໂຮ​ງ​ໝໍ​ຊົ່ວ​ຄາວ​ເລກ​ 2 ດ້ວຍ​ຂອບ​ຂະ​ໜາດ 600 ຕຽງ​ພາຍ​ໃນ​ເວ​ລາ 10 ວັນ

(VOVWORLD) -ຮ່າໂນ້ຍຄາດວ່າຈະກໍ່ສ້າງໂຮງໝໍຊົ່ວຄາວເລກ 2ຢູ່ສູນສອບເສັງໃບຂັບຂີ່ຂຶ້ນກັບຕາແສງ ແທັກເທິດ, ເມືອງ ແທັກເທິດ. ຄາດວ່າສະຖານທີ່ດັ່ງກ່າວຈະແມ່ນໂຮງໝໍຊົ່ວຄາວເລກ 2 ຂອງ ນະຄອນ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການ ກວດ ແລະ ປິ່ນປົວເມື່ອໂລກລະບາດ Covid -19 ເກີດຂຶ້ນໃນວົງກ້ວາງ.
ຮ່າ​ໂນ້ຍ​ຈະ​ສ້າງ​ໂຮ​ງ​ໝໍ​ຊົ່ວ​ຄາວ​ເລກ​ 2 ດ້ວຍ​ຂອບ​ຂະ​ໜາດ 600 ຕຽງ​ພາຍ​ໃນ​ເວ​ລາ 10 ວັນ - ảnh 1ພາບປະກອບ 

ໂຮງໝໍຊົ່ວຄາວເລກ 2 ແມ່ນຮາກຖານຂະແໜງ ພະຍາດຕິດແປດ ເຊິ່ງໄດ້ຮັບການຈັດຕັ້ງ, ກໍ່ສ້າງ ແລະ ຜັນຂະຫຍາຍບົນພື້ນຖານເມື່ອສະພາບການໂລກລະບາດ Covid -19 ລະບາດຢູ່ລະດັບທີ 4 (ລະດັບມີຜູ້ຕິດເຊື້ອ Covid – 19 ຫຼາຍກ່ວາ 1000 ຄົນ). ໂຮງໝໍຊົ່ວຄາວນີ້ມີຂອບຂະໜາດ 600 ຕຽງ ດ້ວຍ 20ພະແນກທີ່ມີໜ້າທີ່ບົດບາດຈະຮັບແລະຈັດບ່ອນຢູ່, ພະຍາບານສຸກເສີນ, ປິ່ນປົວ, ແຍກຕົວຢູ່ຕ່າງຫາກໃຫ້ແກ່ບັນດາຄົນເຈັບທັງໝົດທີ່ຕິດເຊື້ອ Covid – 19 ໃນພາກພື້ນ. ໂຮງໝໍຈະໄດ້ກໍ່ສ້າງເປັນເວລາ 10 ວັນ ບົນພື້ນຖານບັນດາລາຍການກິດຈະກຳທີ່ມີຢູ່ແລ້ວແຕ່ວ່າ ຕ້ອງຮັບປະກັນຫຼັກການຄວບຄຸມການຕິດເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ