ຮ່າໂນ້ຍຜັນຂະຫຍາຍບັນດາມາດຕະການປົກປັກຮັກສາມໍລະດົກພະລາດຊະວັງທັງລອງ
![ຮ່າໂນ້ຍຜັນຂະຫຍາຍບັນດາມາດຕະການປົກປັກຮັກສາມໍລະດົກພະລາດຊະວັງທັງລອງ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_07_14/di san.jpg)
ປະຕູໂຂງພະລາດຊະວັງ ທັງລອງ
(ພາບ : baodisan.com)
|
Vovworld- ນະຄອນຮ່າໂນ້ຍພວມຜັນຂະຫຍາຍບັນດາມາດຕະການປົກປັກຮັກສາເຂດສູນກາງປູຊະນີຍະສະຖານພະລາດຊະວັງ ທັງລອງ, ຕາມນັ້ນແລ້ວ, ທາງນະຄອນສືບຕໍ່ເປີດກ້ວາງເນື້ອທີ່ຂຸດຄົ້ນວັດຖຸບູຮານ, ເພີ່ມທະວີການຄົ້ນຄ້ວາ, ເຮັດໃຫ້ຈະແຈ້ງຄຸນຄ່າບັນດາປູຊະນີຍະສະຖານ, ສະຖາປັດຕະຍະກຳສະໄໝລາດຊະວົງຫງວຽນໃນບໍລິເວນພະລາດຊະວັງ. ໃນປີ 2013, ສູນອະນຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ ໄດ້ເປັນປະທານສົມທົບກັບສະຖາບັນບູຮານຄະດີ ປະຕິບັດການຂຸດຄົ້ນຢູ່ບໍລິເວນກໍ່ສ້າງທາງອຸໂມງ ແລະ ສະຖານທີ່ຈອດລົດຂອງ ກິດຈະກຳກໍ່ສ້າງຕຶກອາຄານສະພາແຫ່ງຊາດ ແລະ ເປີດກ້ວາງການຂຸດຄົ້ນບໍລິເວນວັງ ກິງທຽນ. ທາງນະຄອນກໍໄດ້ມອບໝາຍໃຫ້ ສູນອະນຸລັກຮັກສາມໍລະດົກຄຸ້ມຄອງເຂດເຊື່ອມຕໍ່, ເຂດຂ້າມຜ່ານ, ຮັບປະກັນຄວາມສະຫງົບປອດໄພ ແລະ ທັດສະນີຍະພາບໃຫ້ກົມກ່ຽວກັບມໍລະດົກ, ກ້າວໄປເຖິງການເປີດກ້ວາງ ເຂດເຊື່ອມຕໍ່, ເຂດຂ້າມຜ່ານທາງທິດເໜືອ, ທິດຕາເວັນອອກ ແລະ ທິດໃຕ້ຂອງເຂດມໍລະດົກ.