ຮ່າໂນ້ຍພົບປະເຈລະຈາກັບບັນດາວິສາຫະກິດ
![ຮ່າໂນ້ຍພົບປະເຈລະຈາກັບບັນດາວິສາຫະກິດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_11_28/ab4f843124351f4530ee59c2b368c6fb.jpg)
ຮ່າໂນ້ຍພົບປະເຈລະຈາກັບບັນດາວິສາຫະກິດ
(ພາບ: nhandan.com.vn)
|
(vovworld) - ຕອນເຊົ້າວັນທີ 28/11, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະເຈລະຈາກັບບັນດາວິສາຫະກິດເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ກໍ່ຄືກຳນົດທິດທາງກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ການໜູນຊ່ວຍ ແລະ ການພັດທະນາວິສາຫະກິດປີ 2017. ກ່າວຄວາມເຫັນໄຂການພົບປະເຈລະຈາ, ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ຢືນຢັນວ່າ, ປີ 2016 ຮ່າໂນ້ຍ ໄດ້ມີການພັດທະນາກະໂດດຂັ້ນ, ນັບທັງດ້ານຈຳນວນວິສາຫະກິດເລີ່ມດຳເນີນອາຊີບ ແລະ ການດຶງດູດການລົງທຶນ ຍ້ອນສະພາບແວດລ້ອມແຫ່ງການລົງທຶນມີຄວາມສະດວກສະບາຍ. ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ຖືວ່າ:
“ການປະຕິຮູບດ້ານການບໍລິຫານແມ່ນບັນຫາເຊິ່ງວິສາຫະກິດເອົາໃຈໃສ່ທີ່ສຸດ. ບົນພື້ນຖານບັນດາຂໍ້ສະເໜີຂອງວິສາຫະກິດຢູ່ທີ່ການພົບປະເຈລະຈາ, ບັນດາອົງການຂອງນະຄອນຈະປັບປຸງ, ປະກາດໃຊ້ບັນດານະໂຍບາຍທີ່ເໝາະສົມ ເພື່ອໃຫ້ບັນດາຂໍ້ສະເໜີຂອງວິສາຫະກິດໄດ້ຮັບການແກ້ໄຂໂດຍໄວ“.
ທີ່ການພົບປະເຈລະຈາ, ບັນດາວິສາຫະກິດສະເໜີການນຳນະຄອນ ຮ່າໂນ້ຍບັນດາບັນຫາທີ່ພວມກໍ່ຄວາມຫຍຸ້ງຍາກສຳລັບການພັດທະນາ ຂອງວິສາຫະກິດຢ່າງໄວ, ໝັ້ນຄົງ, ເຊັ່ນ: ການປະຕິຮູບລະບຽບການ ບໍລິຫານ, ການບຸກເບີກໜ້າພຽງ, ຄວາມຫຍຸ້ງຍາກໃນການຊອກຫາຄູ່ຮ່ວມມືດ້ານອຸດສາຫະກຳສຳຮອງ, ນະໂຍບາຍພິເສດໃຫ້ແກ່ການເລີ່ມດຳເນີນອາຊີບ, ການບຸລິມາສິດດ້ານພາສີອາກອນໃຫ້ບັນດານັກລົງທຶນພາກເອກະຊົນ.