ຮ່າໂນ້ຍຫວັງວ່າຈະຕ້ອນຮັບແຂກທ່ອງທ່ຽວ30ລ້ານເທື່ອຄົນໃນປີ2020

ຮ່າໂນ້ຍຫວັງວ່າຈະຕ້ອນຮັບແຂກທ່ອງທ່ຽວ30ລ້ານເທື່ອຄົນໃນປີ2020 - ảnh 1
(ພາບປະກອບ)

(vovworld) - ​ດ້ວຍ​ທີ່​ຕັ້ງ​ເປັນ​ສູນກາງ​ການທ່ອງທ່ຽວ​ໃຫຍ່​ຂອງ​ທົ່ວ​ປະ​ເທດ ​ແລະ ພາກ​ພື້ນ, ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ແມ່ນຈຸດ​ມັດ​ພົບ​ທີ່​ດູດ​ດື່ມ ​ເພື່ອ​ໃຫ້ແຂກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ. ຕາມ​ພະ​ແນ​ກການທ່ອງທ່ຽວ ຮ່າ​ໂນ້ຍ, ​ໃນ 6 ​ເດືອນ​ຕົ້ນ​ປີ 2016, ຂະ​ແໜງ​ການທ່ອງທ່ຽວ ຮ່າ​ໂນ້ຍ ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​​ໄດ້ກ່ວາ 11 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ​ແຂກ​ທ່ອງ​ທ່ຽວ​ສາກົນມີ​ກ່ວາ 2 ລ້ານ​ເທື່ອ​ຄົນ ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 192 ປະ​ເທດ ​ແລະ ​ເຂດ​ແຄ້ວນ, ​ໃນ​ນັ້ນ ບັນດາ​ຕະຫລາດ​ແຂກ​ທ່ອງ​ທ່ຽວ​ສາກົນ​ຈຸດ​ສຸມ​ຂອງ ຮ່າ​ໂນ້ຍ ​ແມ່ນ: ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອັງກິດ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ຝະລັ່ງ, ​ເຢຍລະ​ມັນ, ມາ​ເລ​ເຊຍ…​ປະມານ 80% ​ຈຳນວນແຂກ​ທ່ອງ​ທ່ຽວ​ສາກົນ​ມາ ຮ່າ​ໂນ້ຍ ດ້ວຍ​ຈຸດໝາຍ​ໄປ​ທ່ຽວ, ພັກຜ່ອນ​ບຳລຸງ​ສຸ​ຂະ​ພາບ. ນັບ​ແຕ່​ປະຈຸ​ບັນ​ມາ​ຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ, ຮ່າ​ໂນ້ຍ ກຳນົດ: ສ້າງ​ບາດກ້າວ​ບຸກທະລຸ​ພັດທະນາ​​ການທ່ອງທ່ຽວ​ຂອງ ຮ່າ​ໂນ້ຍ ຢ່າງຮອບດ້ານ ທັງ​ກ່ຽວ​ກັບ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບການ​ບໍລິການ, ຮັບປະກັນ​ລັກສະນະ​ໝັ້ນຄົງ​ເຂັ້ມ​ແຂງ, ນຳ​ການທ່ອງທ່ຽວ ຮ່າ​ໂນ້ຍ ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​, ມີ​ລະດັບ​ເຕີບ​ໂຕ​ສູງ. ພິ​ເສດ ຮອດ​ປີ 2020, ຮ່າ​ໂນ້ຍ ສູ້​ຊົນ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 30 ລ້ານ​ເທື່ອ​ຄົນ, ລະດັບການ​ເຕີບ​ໂຕ​ສະ​ເລ່ຍ​ແຕ່ 8% - 10%; ​ໃນ​ນັ້ນ ​ແຂກ​ທ່ອງ​ທ່ຽວ​ສາກົນ​ແມ່ນ 5,7 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ12% / ປີ.

ຂ່າວ/ບົດ​ອື່ນ