ຮ່າ​ໂນ້ຍ: ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຍຸກປະຈຸບັນປີ 2019 ຄັ້ງ​ທຳ​ອິດ

(VOVWORLD) -ໃນລະຫວ່າງວັນທີ 15 – 17 ພະຈິກ, ຢູ່ຮ່າໂນ້ຍໄດ້ດຳເນີນງານບຸນວັດທະນະທຳໃນການດຳລົງຊີວິດຍຸກປະຈຸບັນປີ 2019. 
 ຮ່າ​ໂນ້ຍ: ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຍຸກປະຈຸບັນປີ 2019 ຄັ້ງ​ທຳ​ອິດ - ảnh 1 ໝູ່ບ້ານຫັດຖະກຳ ວ້ານຟຸກ (ພາບ: TTXVN)

ນີ້ແມ່ນຄັ້ງທຳອິດທີ່ ຮ່າໂນ້ຍ ຈັດຕັ້ງງານບຸນນິ້ີ້ເພື່ອແນໃສ່ເຊີດຊູ, ແນະນຳເຖິງປະຊາຊົນນະຄອນຫຼວງ, ແຂກທ່ອງທ່ຽວ ກ່ຽວກັບວັດທະນະທຳພື້ນເມືອງໃນປັດຈຸບັນ ແລະ ມໍລະດົກວັດທະນະທຳຂອງ ນະຄອນຫຼວງ, ຜ່ານນັ້ນປະກອບສ່ວນປົກປັກຮັກສາ ແລະ ເສິມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນມູນເຊື້ອໃນສັງຄົມຍຸກປັດຈຸບັນ.

ນອກຈາກພິທີໄຂ, ທີ່ງານບຸນຍັງມີການເຄື່ອນໄຫວທີ່ຈັບອົກຈັບໃຈອີກ. ເຂດວາງສະແດງໄດ້ແນະນຳບັນດາໝູ່ບ້ານຫັດຖະກຳມູນເຊື້ອ ແລະ ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ມີການອອກແບບຢ່າງມີຫົວຄິດປະດິດສ້າງ,ພວມໄດ້ຮັບການຮັກສາ, ເສີມຂະຫຍາຍຄຸນຄ່າໃນຍຸກປັດຈຸບັນ.

ໃນຂອບເຂດງານບຸນກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະແດງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸໃນການດຳລົງຊີວິດຍຸກປັດຈຸບັນ, ແນະນຳກ່ຽວກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຂອງຮ່າໂນ້ຍ ໃນຮູບແບບຕ່າງໆ ແລະ ການສະແດງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຈາກບັນດານັກສິລະປິນ.

ຕອບກັບ

ຂ່າວ/ບົດ​ອື່ນ