ເກີດເຫດວາງລະເບີດລຽນຕິດ 3 ຄັ້ງຢູ່ ນີເຢເຣັຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 47 ຄົນ

ເກີດເຫດວາງລະເບີດລຽນຕິດ 3 ຄັ້ງຢູ່ ນີເຢເຣັຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 47 ຄົນ - ảnh 1
ສະ​ຖານ​ທີ່ເກີດ​ເຫດ​ວາງ​ລະ​ເບີດ   (ພາບ:AP)

(vovworld)- ວັນ​ທີ 7/3, ໄດ້​ເກີດ​ເຫດ​ວາງ​ລະ​ເບີດລຽນ​ຕິດ 3 ຄັ້ງຢູ່ Maiduguri ນະ​ຄອນ​ໃຫຍ່ກວ່າ​ໝູ່​ຂອງ ນີ​ເຢ​ເຣັຍ ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 47 ຄົນ ແລະ ອີກ 50 ຄົນ​ໄດ້​ຮັບ​ບາດ​ເຈັບ. ທ່ານ Gamandi ຜູ້​ນຳ​ສະ​ຫະ​ພັນ​ຊາວ​ປະ​ມົງ Maiduguri ໃຫ້​ຮູ້​ວ່າ ເຫດ​ວາງ​ລະ​ເບີດຄັ້ງ​ທຳ​ອິດ ໂດຍ​ແມ່​ຍິງ​ຄົນ​ໜຶ່ງ​ໄດ້​ວາງ​ລະ​ເບ​ີດ​ສະຫຼະ​ຊີບ ຢູ່​ເຂດ​ຕະຫຼາດ​ຂາຍ​ປາ ບາ​ກາ ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 18 ຄົນ. ຫຼັງ​ຈາກນັ້ນ​ພຽງ 1 ຊົ່ວ​ໂມງຢູ່​ເຂດ​ຕະຫຼາດ​ແຫ່ງ​ທີ່ 2 ທີ່​ມີ​ຜູ້​ຄົນ​ໜາ​ແໜ້ນ​ກໍ​ໄດ້ເກີດ ເຫດ​ວາງ​ລະ​ເບີດ, ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ປະ​ມານ 15 ຄົນ. ສ່ວນ​ເຫດ​ວາງ​ລະ​ເບີດຄັ້ງ​ທີ 3 ແມ່ນ​ໄດ້​ເກີດ​ຂຶ້ນ​ຢູ່​ຄິວ​ລົວ​ເມ Borno Express.

ຂ່າວ/ບົດ​ອື່ນ