ເຊີດຊູຄຸນຄ່າຂອງບັນດາມໍລະດົກທຳມະຊາດ ແລະ ວັດທະນະທຳຂອງຫວຽດນາມ

(VOVWORLD) -ເຊີດຊູຄຸນຄ່າບັນດາມໍລະດົກທຳມະຊາດ ແລະ ວັດທະນະທຳຂອງຫວຽດນາມ ແມ່ນເປົ້າໝາຍຂອງການເສັງ ພາບຖ່າຍ “Vietnam Heritage Photo Awards 2017 ໂດຍວາລະສານ Vietnam Heritage ຂຶ້ນກັບສະມາຄົມມໍລະດົກວັດທະນະທຳ ຫວຽດນາມ ສົມທົບກັບນັກອຸປະຖຳຕົ້ນຕໍ Canon ຈັດຕັ້ງ. 

ເຊີດຊູຄຸນຄ່າຂອງບັນດາມໍລະດົກທຳມະຊາດ ແລະ ວັດທະນະທຳຂອງຫວຽດນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີປະກາດການເສັງ

ພາບ: ອິນເຕີແນັດ

ການເສັງນີ້ ເພື່ອແນໃສ່ມຸ້ງໄປເພິງການສະເຫລີມສະຫລອງ 72 ປີແຫ່ງວັນ ປະທານໂຮ່ຈິມີນ ເຊັນລັດຖະດຳລັດທຳອິດ ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳຂອງຊາດ ( 23/11/1945 – 23/11/2017). ການເສັງໄດ້ຮຽກຮ້ອງຄວາມເອົາໃຈໃສ່ຂອງສາທາລະນະຊົນຢູ່ພາຍໃນ ແລະ ຕ່າງປະເທດ, ຄົ້ນພົບ ແລະ ແບ່ງປັນບັນດາຄຸນຄ່າມໍລະດົກທຳມະຊາດ ແລະ ວັດທະນະທຳຂອງປະເທດຫວຽດນາມ, ຊອກຫາບັນດາບົດປະພັນ, ເລື່ອງລາວກ່ຽວກັບມໍລະດົກດ້ວຍຮູບພາບເພື່ອໂຄສະນາ ແນະນຳ ກ່ຽວກັບທຳມະຊາດ, ປະຫວັດສາດ, ວັດທະນະທຳ ຫວຽດນາມ. ພົນລະເມືອງຫວຽດນາມ ທັງໝົດ ແລະ ຊາວຕ່າງປະເທດ ລ້ວນແຕ່ສາມາດສົ່ງພາບຖ່າຍເຂົ້າຮ່ວມການເສັງ. ການກຳນົດເວລາສຸດສົ່ງພາບຖ່າຍເຂົ້າຮ່ວມການເສັງ ແມ່ນ: 24 ໂມງຂອງວັນທີ 15 ກັນຍາ. ຄາດວ່າ ມີ ພາບຖ່າຍດີເດັ່ນ ປະມານ 100 ແຜ່ນ ຈະໄດ້ຄັດເລືອກເພື່ອວາງສະແດງທາງ ອອນໄລ ແລະ ຢູ່ສາມເຂດ: ນະຄອນ ໂຮ່ຈິມີນ, ນະຄອນ ດາຫນັງ, ນະຄອນຫລວງ ຮ່າໂນ້ຍ ໃນທ້າຍເດືອນ ຕຸລາປີ 2017 ຮອດເດືອນ ມີນາປີ 2018. ພິທີສະຫລຸບ ແລະປະກາດໝາກຜົນການເສັງໄດ້ຮັບການຈັດຕັ້ງຂຶ້ນກົງກັບວັນມໍລະດົກວັດທະນະທຳຫວຽດນາມ 23 ພະຈິກ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ