ເຊີນລາສົ່ງອອກໝາກມັນກອນໃຈແດງໄປຍັງຕະຫຼາດລັດເຊຍ

(VOVWORLD) -ໃນໄລຍະ 2 ປີຢ່າງຕໍ່ເນື່ອງ, ໝາກມັງກອນໃຈແດງຂອງທ້ອງຖິ່ນທີ່ສົ່ງອອກໄປຍັງ ລັດເຊຍ ໄດ້ຢັ້ງຢືນຄຸນນະພາບຂອງຜະລິດຕະພັນ
ເຊີນລາສົ່ງອອກໝາກມັນກອນໃຈແດງໄປຍັງຕະຫຼາດລັດເຊຍ - ảnh 1(ແຂວງ ເຊີນລາ ສົ່ງອອກໝາກມັງກອນໃຈແດງຈຳນວນ 10 ໂຕນໄປຍັງສະຫະພັນລັດເຊຍ)

ວັນທີ 20 ສິງຫາ, ຄະນະກຳມະການປະຊາຊົນເມືອງ ທ້ວນເຈົາ, ແຂວງ ເຊີນລາ ໄດ້ຈັດການສົ່ງອອກໝາກມັງກອນໃຈແດງຈຳນວນ 10 ໂຕນໄປຍັງສະຫະພັນລັດເຊຍ. ໃນໄລຍະ 2 ປີຢ່າງຕໍ່ເນື່ອງ, ໝາກມັງກອນໃຈແດງຂອງທ້ອງຖິ່ນທີ່ສົ່ງອອກໄປຍັງ ລັດເຊຍ ໄດ້ຢັ້ງຢືນຄຸນນະພາບຂອງຜະລິດຕະພັນ, ນຳໃຊ້ວິທະຍາສາດເຕັກນິກທີ່ກ້າວໜ້າເຂົ້າໃນການຜະລິດກະສິກຳຂອງຊາວກະສິກອນ, ປະກອບສ່ວນຍົກສູງຄຸນຄ່າ, ຮັບປະກັນສົ້ນອອກເປັນປົກກະຕິ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອຽນໃຈທຳການຜະລິດ, ໂດຍສະເພາະແມ່ນໃນເງື່ອນໄຂໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ.

        ເມືອງ ທ້ວນເຈົາ ໄດ້ປູກຕົ້ນໝາກມັງກອນໃຈແດງໃນເນື້ອທີ່ດິນ 40 ເຮັກຕາ, ຄາດວ່າປະລິມານໝາກມັງກອນໃຈແດງທີ່ເກັບກ່ຽວຈະບັນລຸ 440 ລ້ານໂຕນ.

ຕອບກັບ

ຂ່າວ/ບົດ​ອື່ນ