ເຊື່ອມຕໍ່ການເຈລະຈາສັນຕິພາບລີບິີຄືນໃໝ່

ເຊື່ອມຕໍ່ການເຈລະຈາສັນຕິພາບລີບິີຄືນໃໝ່ - ảnh 1
ທູດ​ພິ​ເສດສະຫະ​ປະຊາ​ຊາດ Bernardino Leon
(ພາບ: AFP/TTXVN)

(vovworld) - ​ໃນ​ແຈ້ງ​ການ​ຂອງອົງ​ການ​ສະຫະ​ປະຊາ​ຊາດ ປະຈຳ ລີ​ບີ (Manul) ອອກ​ວັນ​ທີ 6/8, ທູດ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດກ່ຽວກັບ ລີ​ບີ ທັງ​ເປັນ​ຫົວໜ້າ​ຄະນະ Manul, Bernardino Leon ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ການ​ເຈລະຈາ​ຮອບ​ໃໝ່​ລະຫວ່າງ​ບັນດາ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ຢູ່ ລີ​ບີ ຈະ​ເຊື່ອມ​ຕໍ່​ຄືນ​ໃຫມ່​ໃນ​ວັນ​ທີ 10/8 ຢູ່​ເຊີ​ແນວ ປະ​ເທດ ສະ​ວິດ. ການ​ເຈລະຈາ​ຮອບ​ນີ້ ​ໄດ້​ດຳ​ເນີນ​ພາຍຫລັງ​ບັນດາ​ການ​ທາ​ບທາມ​ທີ່​ກ້ວາງ​ຂວາງ​ລະຫວ່ງບັນດາ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ຢູ່ ລີ​ບີ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ. ປະ​ຈຸບັນ​ຍັງ​ບໍ່​ທັນ​ຮູ້​ແຈ້ງ​ພາກສ່ວນ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ແລະ ຜູ້ຕາງ​ໜ້າ​ຂອງ​ສະພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ລີ​ບີ ຈະ​ເຂົ້າ​ຮ່ວມ​ຫລື​ບໍ່ .



ຂ່າວ/ບົດ​ອື່ນ