ເນປານຮຽກຮ້ອງບໍລິຈາກ2ຕື້USDເພື່ອກໍ່ສ້າງປະເທດຊາດຄືນໃຫມ່ພາຍຫລັງເຫດແຜ່ນດິນໄຫວ

ເນປານຮຽກຮ້ອງບໍລິຈາກ2ຕື້USDເພື່ອກໍ່ສ້າງປະເທດຊາດຄືນໃຫມ່ພາຍຫລັງເຫດແຜ່ນດິນໄຫວ - ảnh 1
ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ເນ​ປານ
ພາບ:internet

(vovworld)-​ ວັນ​ທີ 17/5, ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ປານ Sushil Koirala ໄດ​້​ຮຽກ​ຮ້ອງ​ບັນ​ດາ​ນັກ​ອຸ​ປະ​ຖຳ​ບໍ​ລິ​ຈາກ​ຈຳ​ນວນ​ເງິນ​ໃຫ້​ກອງ​ທຶນ​ແຫ່ງ​ຊາດ ຊື່ງ​ລັດ​ຖະ​ບານ​ປະ​ເທດນີ້​ໄດ້​ສ້າງ​ຕັ້ງ​ເພື່ອກໍ່​ສ້າງ​ປະ​ເທດ​ຊາດ​ຄືນ​ໃຫມ​່ ພາຍ​ຫລັງ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ເປັນ​ສອງ​ຄັ້ງ​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ ນັບ​ພັນໆ​ຄົນ​ຖືກ​ເສຍ​ຊີ​ວິດ ແລະ ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຫນັກ​ຫນ່ວງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Koirala ໃຫ້​ຮູ້​ວ່າ ຈຸດ​ໝາຍ​ຂອງ​ລັດ​ຖະ​ບານ ແມ່ນ​ບໍ​ລິ​ຈາກ​ຈຳ​ນວ​ນ​ເງິນ 2 ຕື້ USD. ລັດ​ຖະ​ບານ​ໄດ້​ສະ​ຫງວນ 200 ລ້ານ USD ໃຫ້​ກອງ​ທຶນ​ດັ່ງ​ກ່າວ ແລະ ຮຽກ​ຮ້ອງ​ບັນ​ດາ​ນັກ​ອ​ຸ​ປະ​ຖຳ​ຈາກ​ບັນ​ດາ​ອົງ​ການ ແລະ ສ່ວນ​ບຸກ​ຄົນ​ບໍ​ລິ​ຈາກ. ສ​ປ​ຊ ກ​ໍ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ລວມ​ມູນ​ຄ່າ 415 ລ້ານ USD ເພື່ອ​ກູ້​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ ເຫດ​ແຜ່ນດ​ິນ​ໄຫວ​ຢູ່ ເນ​ປານ.

ຂ່າວ/ບົດ​ອື່ນ