ເບິ່ງແຍງດູແລເພື່ອ ໃຫ້ທຸກຄົນ,ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ

ເບິ່ງແຍງດູແລເພື່ອ ໃຫ້ທຸກຄົນ,ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງອົບອຸ່ນ - ảnh 1
ພາບ​ປະ​ກອບ:giaoduc.edu.vn

(vovworld)- ຍາມ​ໃດ​ ​ພັກ ແລະ ລັດ​ຫວຽດ​ນາມກໍ​ຖືການ​ເບິ່ງ​ແຍງ​ດູ​ແລ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ, ພິ​ເສດ​ແມ່ນ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນງາມ​ຄວາມ​ດີ​, ຜູ້​ທຸກ​ຍາກ ໄດ້​ຕ້ອນຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ແມ່ນ​ການໃຫ້​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ. ນັ້ນ​ແມ່ນ ຄຳ​ຢືນ​ຢັນ​ຂອງ​ທ່ານ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ​  ແລະ ສັງ​ຄົມ ຫວຽດ​ນາມ ໃນ​ການ​ຕ​ອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ປີ​ໃຫມ່ ປີ​ມະ​ແມ 2015. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ ໃຫ້​ຮູ້​ວ່າ: ສູນ​ກາງ, ປະ​ທານ​ປະ​ເທດ ໄດ້​ມີ​ຂໍ້​ຕົກ​ລົງ​ມອບ​ຂອງ​ຂວັນ​ໃຫ້​ແກ່​ຜູ້​ມີ​ຄ​ຸນ​ງາມ​ຄ​ວາມ​ດີ ດ້ວຍ​ຂອງ​ຂວັນ​ແຕ່​ລະ​ພູດ​ລວມ​ມູນ​ຄ່າ ແຕ່ 200.000-400.000 ດົ່ງ. ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ເຂົ້າ​ສານ ແລະ ເຄື່ອງ​ຂອງ​​ອື່ນທີ່​ຈຳ​ເປັນໃຫ້​ແກ່ 560.000 ຄອບ​ຄົວ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ​ສັງ​ຄົມ ໃຫ້​ຮູ້​ວ່າ:

        “ມາ​ຮອດ​ຈຸດ​ເວ​ລານີ້, ມີ 12 ແຂວງ ໄດ້​ສະ​ເຫນີ ດ້ວຍ​​ປະ​ລິ​ມານ​ເຂົ້າ​ສານ​ແມ່ນ 10.000 ໂຕນ ແລະ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຍື່ນ​ສະ​ເຫນີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ໃນ​ວາ​ລະ​ປະ​ຊຸມ​ຂອງ​ລັດ​ຖະ​ບານ​ຫວ່າງ​ແລ​້ວນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕົກ​ລົງ​ເຫັນ​ດີ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ.”

      ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ປະຈຳ​ຊາດ ປີ​ມະ​ແມ 2015, ຕອນ​ເຊົ້າ​ວັນ​ທີ 04/02, ຢູ່​ນະຄອນ​ໂຮ່ຈິ​ມິນ, ຜູ້ຕາງໜ້າ​ຊາວ​ໜຸ່ມ​ຕະລຸມບອນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ການ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນໃຫ້​ 10 ​ຄອບຄົວທະຫານ​ເສຍ​ອົງຄະ​, ນັກຮົບ​ທີ່​ເສຍ​ສະ​ຫຼະຊີ​ວິດ​ເພື່ອຊາດ… ຢູ່​ແຂວງ​ຈ່າ​ວິ​ງ, ການ​ນຳ​ແຂວງ​ໄດ້​ແຕ່ງຕັ້ງ​ບັນດາ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປີ​ໃໝ່​ໃຫ້ເປົ້າ​ໝາຍ​ເກືອບ 28.000 ​ຄົນ ​ເຊິ່ງ​ແມ່ນ​ແມ່ຫວຽດນາມ ວິລະ​ຊົນ, ພະນັກງານ​ນັກ​ປະຕິວັດ​ອະ​ວຸ​ໂສ, ຍາດຕິ​ພີ​ນ້ອງ​ບັນດາ​ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ… ​ໃນ​ບໍລິ​ເວນ​ແຂວງ.

   ​ເນື່ອງ​​ໃນ​ໂອກາດ​ນີ້, ຄະນະ​ຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ” ​ແຂວງ​ອຽນ​ບ໋າ​ຍ ​ໄດ້​ມອບ​ຂອງຂວັນ​ປີ​ໃໝ່​ເກືອບ 3.000 ພຸດ ​ໃຫ້​ຄົນ​ທຸກ​ຍາກ​ໃນ​ບໍລິ​ເວນ​​ແຂວງ. ​​ແລະ​ມີ​ຂອງ​ຂວັນກວ່າ 6.000 ພຸດ​ຂອງ​ພັກ, ລັດ ​ໂດຍ​ຂະ​ແໜງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ມອບ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​​ເນື່ອງ​ໃນ​ໂອກາດ​ນີ້.

    ສ່ວນຄະນະຊີ້​ນ​ຳ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ຫວຽດນາມ ກໍ່​ໄດ້​ມອບ​ຂອງຂວັນ 200 ພຸດ ທີ່​ມີ​ມູນ​ຄ່າ 100 ລ້ານ​ດົງ ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ ຄອບຄົວ​ທຸກ​ຍາກ​ຢູ່ 2 ​ເມືອງ ລູກ​ອຽນ ​ແລະ ອຽນ​ບິ່ງ. ​ໃນ​ຄັ້ງ​ນີ້, ນັບ​ຮ້ອຍ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນກໍ່​ໄດ້​ມອບ​ຂອງຂວັນ​ໃຫ້​ຄົນ​ທຸກ​ຍາກ ​ແລະ ​ເປົ້າ​ໝາຍ​ຂອງ​ແຂວງ​ອຽນ​ບ໋າ​ຍ ອີກດ້ວຍ. ​ເອື້ອຍ ​ເຮີ​ທິດູ, ບ້ານ ​ເກັງ, ຕາ​ແສງບ້ານ ໝູ່, ຈາມ​ເຕົ໋າ ໃຫ້​ຮູ້​ວ່າ.

     “ພໍ່​ແມ່​ປະຊາຊົນ​ໃນ​ບ້ານ, ​ໃຜໆ​ກໍ່​​ເບີດ​ບານ​ໃຈ ຍ້ອນ​ໄດ້​ຮັບ​ຂອງຂວັນ​ປີ​ໃໝ່, ທັງ​ໄດ້​ຮັບ​ຢຸກຢາ​ຈາກ​ພະນັກງານ, ທັງ​ແນະນຳ​ໃຫ້​ພໍ່​ແມ່​ປະຊາຊົນ​ຫຼາຍ​ຢ່າງ​ອີກ. ປີ​ໃໝ່​ປີ​ນີ້, ປະ​ຊາ​ຊົນ​ໃນ​ບ້ານ​ໃຜໆ​ກໍ່​ອິມ​ໜຳ​ສຳ​ລານ”

ຂ່າວ/ບົດ​ອື່ນ