ເປີດສະຫຼອງຫໍສະໝຸດຢູ່ສຳນັກງານສະມາຄົມໃຫຍ່ຊາວຫວຽດນາມປະຈຳລາວ

ເປີດສະຫຼອງຫໍສະໝຸດຢູ່ສຳນັກງານສະມາຄົມໃຫຍ່ຊາວຫວຽດນາມປະຈຳລາວ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/11, ສະມາຄົມ​ໃຫຍ່​ຊາວ ​ຫວຽດນາມ ປະຈຳ ລາວ ​ໄດ້​ເປີດ​ສະຫຼ​ອງຫ້ອງ​ສະໝຸດ​ຢູ່​ສຳນັກງານ​ຂອງ​ສະມາຄົມ​ໃຫຍ່​ຢູ່​ນະຄອນຫລວງ ວຽງ​ຈັນ​, ລາວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ ບູຍຢີຫາຍ ອັກ​ຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: ດ້ວຍປື້​ມ​ເກືອບ 1.000 ຫົວ, ຫ້ອງ​ສະໝຸດ​ໄດ້​ຕອບສະໜອງຄວາມ​​ຕ້ອງການອ່ານ, ​ເບິ່ງ ​ແລະ ຊອກ​ຮູ້​ບັນດາຄວາມ​ຮູ້​ຂອງ​ປະຊາ​ຄົມ. ທ່ານ ບູຍຢີຫາຍ ຢືນຢັນ​ວ່າ: ​ເລື່ອງ​ເປີດ​ຫ້ອງ​ສະໝຸດ​ຢູ່​ສຳນັກງານ​ສະມາຄົມ​ໃຫຍ່​ຊາວ​ ຫວຽດນາມ ​ປະຈຳ ລາວ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ຊ່ວຍ​​ໃຫ້​ພໍ່​ແມ່​ປະຊາຊົນ​ຊອກ​ຮູ້​ຄວາມ​ຮູ້, ພິ​ເສດ​ແມ່ນ​ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ລາວ ​ແລະ ຫວຽດນາມ, ການ​ພົວພັນ​ ລາວ - ຫວຽດນາມ ​ແລະ ບັນດາ​ຄວາມ​ຮູ້​ກ່ຽວກັບ​ສັງຄົມ, ວັດທະນະທຳ​ຮີດຄອງ​ປະ​ເພນີ​ຂອງ 2 ປະ​ເທດ, ບໍ່​ພຽງ​ແຕ່​ຊ່ວຍ​ຍົກ​ລະດັບ​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ຂອງ​ພໍ່​​ແມ່​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນມີ​ຄວາມ​ເຂົ້າ​ໃຈ ​ແລະ ​ເຄົາລົບ​ກົດໝາ​ຍຂອງ 2 ປະ​ເທດ​ອີກ​ດ້ວຍ, ​ເພື່ອປະຕິບັດ​ຄວາມ​ຮັບຜິດ​ຊອບ​ເປັນ​ພົນລະ​ເມືອງ​ຂອງ​ຕົນ​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ