ເປີດສະຫຼອງເສົາທຸງຊາດຫວຽດນາມຢູ່ເກາະ ເຈີນ

     ເປີດສະຫຼອງເສົາທຸງຊາດຫວຽດນາມຢູ່ເກາະ ເຈີນ - ảnh 1
​ເກາະ ເຈີນຢູ່​ແຂວງກວາງ​ນິງ

(vovworld)-  ​ເສົາ​ທຸງ​ຊາດ​ຫວຽດ​ນາມໄດ້​ຮັບ​ການກໍ່​ສ້າງ​ຢູ່​ພື້ນ​ທີ່​ສູງກວ່າ​ໝູ່​ຢູ່​ເກາະ ເຈີນ ດ້ວຍ​ລວງ​ສູງ 22,6 ແມັດ, ເສົາ ແລະ ຕີນ​ເສົາ​ທຸງ​ຊາດ ຖືກກໍ່​ສ້າງ​ດ້ວຍ​ເບ​ຕົງ​ແບບ​ຖາ​ວອນ​ ໂດຍມຸ່ງ​ໜ້າ​ສູ່​ທະ​ເລ. ກິດ​ຈະ​ກຳ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ແຕ່​ວັນ​ທີ 31/3 ໂດຍ​ບໍ​ລິ​ສັດ​ລົງ​ທຶນກໍ່​ສ້າງ ແລະ ການ​ຄ້າ ສັງ​ກັດ​ບໍ​ລິ​ສັດ​ໃຫຍ່ ດົງ​ບັກ ດຳ​ເນີນ​ການກໍ່​ສ້າງ ດ້ວຍ​ຄ່າ​ໃຊ້​ຈ່າຍ​ໃນ​ການກໍ່​ສ້າງ​ແມ່ນ​ເກືອບ 2 ຕື້​ດົງ. ທີ່​ພິ​ທີ     ເປີດ​ສະຫຼອງ​ເສົາ​ທຸງ​ຊາດ​ຫວຽດ​ນາມ​ຢູ່​ເກາະ ເຈີນເມື່ອ​ວັນ​ທີ 22/8, ທ່ານ​ຫງວຽນ​ລອງ​ຫາຍ ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ, ປະ​ທານ​ສະ​ພາ​ກອງ​ເຍົາ​ວະ​ຊົນ​ສູນ​ກາງ​ໃຫ້​ຮູ້​ວ່າ :

    “ກິດ​ຈະ​ກຳ​ແມ່ນ​ຂອງ​ໄວ​ໜຸ່ມ, ແຕ່​ຍິ່ງກວ່ານີ້ ມັນ​ເປັນ​ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ປະ​ເທດ​ຊາດ​ຂອງ​ໄວ​ໜຸ່ມ, ຊາວ​ໜຸ່ມ ແລະ ນັກ​ສຶກ​ສາ​ຫວຽດ​ນາມ. ຜ່ານນີ້, ພວກ​ຂ້​າ​ພະ​ເຈົ້າຢາກສຶກ​ສາ​ອົບ​ຮົມ ແລະ ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ ແລະ ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ໃຫ້ ຊາວ​ໜຸ່ມ ແລະ ນັກ​ສຶກ​ສາ​ຫວຽດ​ນາມ”

ຂ່າວ/ບົດ​ອື່ນ