ເປີດສະຫຼອງໂຮງງານປຸງແຕ່ງຜັກພືດ ທັນສະໄໝທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຢູ່ ໄຕນິງ - ຫວຽດນາມ

(VOVWORLD) -ໂຮງງານTanifood ຈະແມ່ນຮາກຖານທີ່ຜະລິດອອກບັນດາຜະລິດຕະພັນຄື ໝາກໄມ້ແຊ່ເຢັນ, ນໍ້າປັ່ນໝາກໄມ້, ໝາກໄມ້ອົບແຫ້ງ,... ທີ່ບັນລຸມາດຕະຖານສາກົນ

ຕອນເຊົ້າວັນທີ 06 ມັງກອນ, ຢູ່ເມືອງ ກໍ່ເຢົ່າ, ແຂວງໄຕນິງ ຂອງຫວຽດນາມ, ຄະນະກໍາມະການປະຊາຊົນແຂວງ ໄຕນິງ ແລະ ບໍລິສັດຫຸ້ນສ່ວນ Lavifood  ໄດ້ຈັດຕັ້ງພິທີເປີດສະຫຼອງໂຮງງານປຸງແຕ່ງຜັດພືດ Tanifood. ນີ້ແມ່ນໂຮງງານທັນສະໄໝທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ນອນໃນກຸ່ມແຖວໜ້າຂອງໂລກ.

ເປີດສະຫຼອງໂຮງງານປຸງແຕ່ງຜັກພືດ ທັນສະໄໝທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຢູ່ ໄຕນິງ - ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ ກ່່າວຄໍາເຫັນທີ່ພິທີ (ພາບ:danviet.vn)

        ໂຮງງານແຫ່ງດັ່ງກ່າວ ມີເນື້ອທີ່ເກືອບ 15 ha, ດ້ວຍລວມຍອດເງິນລົງທຶນຂຶ້ນເຖິງ 1.780 ຕື້ດົງ. ໂດຍໄດ້ໝູນໃຊ້ບັນດາເຕັກໂນໂລຢີຜະລິດທີ່ກ້າວໜ້າ ແລະ ທັນສະໄໝທີ່ສຸດໃນໂລກ ເຊິ່ງໄດ້ນໍາເຂົ້າຈາກບັນດາປະເທດແຖວໜ້າຄື ອາເມລິກາ, ຍີ່ປຸ່ນ, ອີີຕາລີ,  ໂຮງງານ Tanifood ຈະແມ່ນຮາກຖານທີ່ຜະລິດອອກບັນດາຜະລິດຕະພັນຄື ໝາກໄມ້ແຊ່ເຢັນ, ນໍ້າປັ່ນໝາກໄມ້, ໝາກໄມ້ອົບແຫ້ງ,... ທີ່ບັນລຸມາດຕະຖານສາກົນ ແລະ ສົ່ງອອກໄປຍັງຕະຫຼາດຂອງບັນດາປະເທດຄື ອາເມລິກາ, ເອີຣົບ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອົດສະຕາລີ.

        ເຂົ້າຮ່ວມ ແລະ ກ່່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ ເນັ້ນໜັກວ່າ:

        “ລັດຖະບານ ຢັ້ງຢຶນວ່າ ຫວຽດນາມ ຍາມໃດກໍມຸ່ງໄປເຖິງເປົ້າໝາຍລວມ ແມ່ນພັດທະນາຂະແໜງກະສິກໍາຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ -ສັງຄົມຂອງປະເທດຊາດ. ປັດຈຸບັນ, ປະເທດຕ້ອງການບັນດາໂຮງງານທີ່ຖືເຄື່ອງໝາຍຫວຽດນາມ ແລະ ທັນສະໄໝທີ່ສຸດ ເພື່ອປະກອບສ່ວນເຂົ້າໃນການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ ຢ່າງມີໄຊ ເຊິ່ງ ໂຮງງານ Tanifood ກໍແມ່ນຜົນງານໜຶ່ງທີ່ເຫັນໄດ້ຊັດ”.

ຕອບກັບ

ຂ່າວ/ບົດ​ອື່ນ