ເປັນຄັ້ງທຳອິດຫວຽດນາມດຳລົງຕຳແໜ່ງປະທານສະພາຜູ້ວ່າການ IAEA

ເປັນຄັ້ງທຳອິດຫວຽດນາມດຳລົງຕຳແໜ່ງປະທານສະພາຜູ້ວ່າການ IAEA  - ảnh 1
ມື້ທຳອິດຂອງກອງປະຊຸມສະມັດຊາໃຫຍ່ IAEA
ຊຸດທີ 57 ຢູ່​ວຽນ​ປະ​ເທດ​ໂອ​ຕະລິດ
(ພາບ: IAEA) 

    (Vovworld-) ວັນ​ທີ 23/9, ​ໃນ​ວາລະ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ IAEA ອາຍຸ​ການ 2013-2014 ຢູ່​ວຽນ​ປະ​ເທດ​ໂອ​ຕະລິດ, 35 ປະ​ເທດ​ສະມາຊິກ​ສະພາ​ໄດ້​ເຫັນ​ດີ​​ເລືອກ​ຕັ້ງ​ຫວຽດນາມ​ເປັນ​ປະທານສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ IAEA ອາຍຸ​ການ 2013-2014. ທີ່​ວາລະ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມຫງວຽນ​ຖຽບ, ສະມາຊິກ​ຂອງ​ຫວຽດນາມ, ປະທານ ສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ IAEA ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄວາມ​ເຊື້ອ​ໝັ້ນ ​ແລະ ການ​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ​ພາຄີ IAEA ທີ່​ສະຫງວຽນ​ໃຫ້​ແກ່​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມຫງວຽນ​ຖຽບ ຢືນຢັນ​ວ່າ ດ້ວຍ​ໂຄງການ​​ໄຟຟ້ານິວ​ເຄຼຍ ທີ່​ພວມ​ຜັນ​ຂະຫຍາຍ​ຢູ່​ຫວຽດນາມ​ນັ້ນ, ການ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ IAEA , ​ແນ່ນອນ​ວ່າ​ຈະ​ເປັນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຫວຽດນາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນດາ​ຈຸດໝາຍ​ຂອງ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ