ເປັນຄັ້ງທຳອິດຫວຽດນາມມີຜູ້ສະໝັກເລືອກຕັ້ງເຂົ້າກຳມາທິການກົດໝາຍສາກົນ

ເປັນຄັ້ງທຳອິດຫວຽດນາມມີຜູ້ສະໝັກເລືອກຕັ້ງເຂົ້າກຳມາທິການກົດໝາຍສາກົນ - ảnh 1
ຮອງ​ສາດສະດາຈານ, ດຣ, ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮົ່ງທາວ
(ພາບ: Kim Dung-Chí Giáp/Vietnam+)

(vovworld) –  ​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ມີ​ຜູ້​ສະໝັກ​ເລ​ືອກຕັ້ງ​ແຂ່ງຂັນເຂົ້າ​ໜຶ່ງ​ໃນຈຳນວນ 7 ຕຳ​ແໜ່ງສະມາຊິກ​ຂອງ​ກຳ​ມາ​ທິການ​ກົດໝາຍ​ສາກົນ ທີ່​ໄດ້​ຈັດ​ແບ່ງ​ໃຫ້​ພາກ​ພື້ນ ອາຊີ - ປາຊີ​ຟິກ. ນີ້​ກໍ່​ແມ່ນ​ເວທີ​ປາ​ໄສ​ນິຕິ​ທຳ​ສາກົນ​ມີ​ອິດ​ທິພົນ​ຊື່​ສຽງ, ອົງການ​ຮຽບຮຽງ​ບັນດາ​ສົນທິສັນຍາ​ສາກົນ​ສຳຄັນ, ​ໃນ​ນັ້ນ​ມີ​ບັນດາ​ສົນທິສັນຍາກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1958. ຄຽງ​ຄູ່​ກັນ​ນັ້ນ, ກຳ​ມາ​ທິການ​ກົດໝາຍ​ສາກົນ ຍັງ​ດຳ​ເນີນ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບັນດາບັນຫາ​ໃຫຍ່​ຂອງ​ກົດໝາຍ​ສາກົນ - ກົດໝາຍ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ຕ່າງໆ.

        ​ເດືອນ 2/2016, ການ​ເຄື່ອນ​ໄຫວ​ຂົນຂວາຍ​ໃຫ້​ແກ່​ຮອງ​ສາດສະດາຈານ, ດຣ, ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮົ່ງທາວ ສະໝັກ​ເລືອກ​ຕັ້ງ​ເຂົ້າ​ອົງການ​ດັ່ງກ່າວ​ໄດ້​ເລີ່​ມ​ເຄື່ອນ​ໄຫວ​ພາຍຫຼັງຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສປຊ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນ​ອື່ນໆ​ຢູ່ ​ເຊີ​ແນວ ຝາກ​ຈົດໝາຍ​ທາງ​ການ​ແນະນຳ​ເຖິງ​ຄະນະ​ປະຕິບັດ​ງານ​ປະ​ເທດ​ຕ່າງໆ. ຄາດ​ວ່າ​, ການ​ເລືອກ​ຕັ້ງ​ຈະ​ດຳ​ເນີນ​ໄປ​ໃນ​ກອງ​ປະຊຸມ​ຂອງ​ສະມັດ​ຊາ​ໃຫຍ່ ສປຊ ​ໃນ​ທ້າຍປີ 2016.

 

ຕອບກັບ

ຂ່າວ/ບົດ​ອື່ນ