ເປັນເຈົ້າການ,ຕັ້ງໜ້າ,ວ່ອງໄວນຳບັນດາແຜນນະໂຍບາຍ,ທັດສະນະຂອງກອງປະຊຸມສູນກາງຄັ້ງທີ9ຊຸດທີ11ກ້າວເຂົ້າສູ່ຊີວິດ

ເປັນເຈົ້າການ,ຕັ້ງໜ້າ,ວ່ອງໄວນຳບັນດາແຜນນະໂຍບາຍ,ທັດສະນະຂອງກອງປະຊຸມສູນກາງຄັ້ງທີ9ຊຸດທີ11ກ້າວເຂົ້າສູ່ຊີວິດ - ảnh 1
ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຄົ້ນຄ້ວາ, ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ຊຸດ​ທີ 11
(ພາບ: hanoimoi.com.vn)

(vovworld) – ​ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຄົ້ນຄ້ວາ, ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ຊຸດ​ທີ 11, ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 3/7, ຢູ່ ຮ່າ​ໂນ້ຍ, ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການຄະນະ​ເລຂາ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການທີ່ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ທົ່ວ​ປະ​ເທດ​ເປັນ​ຈິດ​ໜຶ່ງ​ໃນ​ດຽວ ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະ​ລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ຮັກສາ​ສະພາບ​​ແວດລ້ອມ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຜູ້​ປະຈຳການ​ຄະນະ​ເລຂາ ​ເລ​ຮົ່ງ​ແອ​ງ, ສະ​ເໜີ​ວ່າ:

        “ຕ້ອງ​ສະໜອງ​ຂໍ້​ມູນ​ຂ່າວທີ່​ມີ​ການ​ກຳນົດ​ທິດ​ໃຫ້​ບັນດາ​ອົງການ​ການ​ເມືອງ - ສັງຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນຢູ່​ທ້ອງ​ຖີ່​ນເປັນ​ປະຈຳ​, ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ເຊື່ອ​ໝັ້ນ​ເຂົ້າ​ໃນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັ​ດ​ພວກເຮົາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕ້ອງ​ມີ​ສະຕິຕື່ນ​ຕົວ​ຕໍ່ບັນດາ​ກົນອຸບາຍ, ຄຳ​ເວົ້າ ​ແລະ ການ​ກະທຳ​ທີ່​ມີ​ທັດສະນະ​ກະຕຸກ​ຊຸກຍູ້​ສວຍ​ໃຊ້​ໃນ​ນາມ​ຜູ້​ຮັກ​ຊາດ​ເພື່ອ​ຕ້ານ​ພັກ, ລັດ”

        ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ເນັ້ນ​ໜັກ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 9 ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ແລະ ວຽກ​ງານ​ກະກຽມ​ກອງ​ປະຊຸ​ມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ​ເພ​ື່ອ​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ດັ່ງ​ນັ້ນ ບັນດາ​ຜູ້​ແທນ​ຕ້ອງ​ຕັ້ງໜ້າ​ເຜີຍ​ແຜ່, ຊາບ​ຊຶມ​ບັນດາ​ເນື້ອ​ໃນ​ຂອງ​ມະຕິ, ຕາມ​ພາ​ລະ​ໜ້າ​ທີ່, ໜ້າ​ທີ່​ຂອງ​ຕົນຄະນະ​ໂຄສະນາ​ສຶກສາ​ທຸກ​ຂັ້ນ, ຕັ້ງໜ້າ, ​ເປັນ​ເຈົ້າ​ການ​​​ໃນ​ການເປັນ​ເສນາ​ທິການ​ໃຫ້​​ເພື່ອ​ນຳ​ຄະນະ​ພັກ​ທຸກ​ຂັ້ນ​ເພື​່ອນຳ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 9 ​ເຂົ້າ​​ໃນ​ຊີວິດ​ຕົວ​ຈິງ.



ຂ່າວ/ບົດ​ອື່ນ