ເປັນ​ເວລາ 65 ວັນ​ຕິດຕໍ່​ກັນ, ຫວຽດນາມ​ບໍ່​ພົບ​ກໍລະນີຕິດ​ເຊື້ອ​​ໂຄ​ວິດ - 19 ​ໃນ​ຊຸ​ມຊົນ

(VOVWORLD) -  ໄລ່ຮອດຈຸດເວລານີ້, ຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ 326/349 ກໍລະນີ ແມ່ນໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ບໍ່ມີກໍລະນີເສຍຊີວິດຍ້ອນໂລກລະບາດດັ່ງກ່າວ.

ແຫຼ່ງຂ່າວຈາກຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -  19 ໃນຕອນເຊົ້າວັນທີ 20 ມິຖຸນາ ໃຫ້ຮູ້ວ່າ: ໄລ່ແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຮອດເວລາ 6 ໂມງຂອງວັນ 20 ມິຖຸນາ ແມ່ນໄດ້ 65  ມື້ແລ້ວ ທີ່ຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອໃນຊຸມຊົນ. ຈໍານວນ 209 ກໍລະນີທີ່ຕິດເຊື້ອມາຈາກຕ່າງປະເທດນັ້ນ ແມ່ນໄດ້ແຍກຕົວໃນທັນທີ ແລະ ບໍ່ສາມາດຕິດແປດໃນຊຸມຊົນໄດ້.

        ໄລ່ຮອດຈຸດເວລານີ້, ຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ 326/349 ກໍລະນີ ແມ່ນໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ບໍ່ມີກໍລະນີເສຍຊີວິດຍ້ອນໂລກລະບາດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ