ເປົ້າໝາຍພັດທະນາ ເຂດລຸ່ມແມ່ນ້ຳຂອງ

ເປົ້າໝາຍພັດທະນາ ເຂດລຸ່ມແມ່ນ້ຳຂອງ - ảnh 1
(ພາບປະກອບ)

(vovworld) -​ ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ບັນດາ​ປະ​ເທດ​ສະມາຊິກຄະນະ​ກຳມະການ​ແມ່​ນຳ້ຂອງ​ຄື: ​ລາວ, ກຳປູ​ເຈຍ, ​ໄທ, ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ​ແມ່ນ​ຈີນ ​ແລະ ມຽນມາ… ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຄະນະ​ກຳມະການ​ແມ່​ນຳ້ຂອງຄັ້ງ​ທີ 2 ​ໃນ​ວັນ​ທີ 5/4 ຈະ​ມາ​ເຖິງ​ຢູ່​ນະຄອນ​ໂຮ່ຈີ​ມິນ.

        ດ້ວຍ​ຫົວ​ຂໍ້​ວ່າ ”ຄວາມ​ປອດ​ໄພ​ແຫຼ່ງນຳ້, ພະລັງງານ ​ແລະ ທັນ​ຍາ​ຫານ​ໃນ​ສະພາບ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ລຸ່ມ​ແມ່​ນຳ້ຂອງ​ມີ​ການ​ປ່ຽນ​ແປງ”. ກອງ​ປະຊຸມ​ຄັ້ງ​ນີ້​ສືບ​ຕໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ນຳ້ ​ແລະ ຊັບພະຍາກອນ​ທີ່​ກ່ຽວຂ້ອງ​​ເຖິງແມ່​ນຳ້ຂອງ​ຢ່າງ​ໝັ້ນຄົງ ໃນ​ສະພາບ​​ຄວາມ​ຕ້ອງການ​​ແຫຼ່ງນຳ້, ພະລັງງານ ​ແລະ ທັນ​ຍາ​ຫານພວມ​ເພີ່ມ​ຂຶ້ນ ​ແລະ ພວມ​ຖືກ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ. ທີ່​ການ​ປະຊຸມ​ຂ່າວ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 27/3 ຢູ່​ຮ່າ​ໂນ້ຍ, ທ່ານ ​ເລ​ດຶກ​ຈູງ, ຫົວໜ້າ​ຫ້ອງການ​ປະຈຳຄະນະ​ກຳມະການ​ແມ່​ນຳ້ຂອງຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ກອງ​ປະຊຸມ​ຂັ້ນ​ສູງຄະນະ​ກຳມະການ​ແມ່​ນຳ້ຂອງ​ສາກົນ​ຄັ້ງ​ທີ 2 ຖືກ​ຈັດ​ຂຶ້ນ​ໃນ​ສະພາບ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ພວມ​ປະສົບ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ຕ້ອງການ​ພັດທະນາ ​ແລະ ຈຳນວນ​ພົນລະ​ເມືອງ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນຳ້ຕົກ, ການ​ພັດທະນາ​ກະ​ສີ​ກຳ, ສິນ​ໃນ​ນຳ້, ຄົມມະນາຄົມ… ດັ່ງ​ນັ້ນ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ການ​ນຳ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ໂອກາດ, ການ​ທ້າ​ທາຍ​ຂອງ​ເຂດ​ລຸ່ມ​ແມ່​ນຳ້ຂອງ, ບົດບາດ​ຂອງຄະນະ​ກຳມະການ​ແມ່​ນຳ້ຂອງ​ສາກົນ​ໃນ​ໄລຍະ​ໃໝ່, ກໍ່​ຄື​ການ​ຮ່ວມ​ມື​ໃນ​ເຂດ ​ເພື່ອ​ຊຸກຍູ້​ການ​ນຳ​ໃຊ້ ​ແລະ ພັດທະນາ​ແມ່​ນຳ້ຂອງ​ຕໍ່ໜ້າ​ການ​ທ້າ​ທາຍ​ຢ່າງໝັ້ນຄົງ ”

ຂ່າວ/ບົດ​ອື່ນ