ເພີ່ມທະວີການກໍ່ສ້າງວິຊາຊີບໃນຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ

ເພີ່ມທະວີການກໍ່ສ້າງວິຊາຊີບໃນຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ - ảnh 1
(ທ່ານ ຫວູດັງ​ມິງ ຫົວ​ໜ້າ​ກົມ​ວຽກ​
ງານ​ຊາວ​ໜຸ່ມ ກະຊວງ​ພາຍ​ໃນ)

(vovworld) ​ ​ ຕອນ​ເຊົ້າ​ວັນ​ທີ 15/12, ຢູ່​ຮ່າ​ໂນ້ຍ ກະຊວງ​ພາຍ​ໃນ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 45 ຂອງ​ລັດຖະບານ ​ແລະ ສະຫລຸບ​ໄລຍະທີ 1 ຂອງຍຸດ​ທະ​ສາດ​ພັດທະນາ​ຊາວ​ໜຸ່ມ ຫວຽດນາມ ​ໄລຍະ​ປີ 2011 – 2020. 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລກທີ 45 ກ່ຽວ​ກັບ​ ການເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ ສຳລັບ​ວຽກ​ງານຊາວ​ໜຸ່ມ​ໃນ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝໄດ້ສ້າງ​ການຫັນປ່ຽນ​ຢ່າງ​ຕັ້ງໜ້າ​ ໃນ​ຄວາມ​ຮັບ​ຮູ້​​ໃຫ້ອຳນາດ​ການ​ປົກຄອງທຸກຂັ້ນ​ ​ສຳລັບ​ຊາວ​ໜຸ່ມ ​ແລະ ວຽກ​ງານ​ຊາວ​ໜຸ່ມ. ອັດຕາ​ສ່ວນຊາວ​ໜຸ່ມ​ໄດ້​ຜ່ານ​ການ​ກໍ່ສ້າງ​ວິຊາ​ຊີບ​ ບັນລຸ​ກ່ວາ 40%. ທ່ານ ຫວູດັງ​ມິງ ຫົວ​ໜ້າ​ກົມ​ວຽກ​ງານ​ຊາວ​ໜຸ່ມ ກະຊວງ​ພາຍ​ໃນ​ ຖື​ວ່າ: ຄວນ​ເພີ່ມ​ທະວີການ​ກໍ່ສ້າງ​ວິຊາ​ຊີບ​ໃຫ້​ຊາວ​ໜຸ່​ມ​ເພື່ອ​ໃຫ້​ ເຂົາ​ເຈົ້າສາມາດ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​.

        “ ​ເພື່ອ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ ກ່ອນ​ອື່ນ​ໝົດຕ້ອງ​ຮັບປະກັນດ້ານເສດຖະກິດ - ​ສັງຄົມ, ສ້າງ​ວຽກ​​ເຮັດ​ງານ​ທຳໃຫ້​​ແກ່ຊາວ​ໜຸ່ມ. ​ໃນ​ວິວັດ​ການ​ປະຕິບັດ ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຄວນຊີ້​ນຳຢ່າງ​ໃກ້​ສິດ ​ໃນ​ນັ້ນ ສຸ​ມ​ໃສ່​ການ​ສອນ​ວິຊາ​ຊີບ ​ແລະ ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​​ແກ່ຊາວ​ໜຸ່ມ. ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ຊົນນະ​ບົດ, ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ​ສົ່ງ​ອອກ, ​ເຂດ​ເຕັກ​ໂນ​ໂລ​ຢີສູງ”.

 

 

ຂ່າວ/ບົດ​ອື່ນ