ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມຢູ່ເຂດທ່ອງທ່ຽວແຫ່ງຊາດ

(VOVWORLD) - ວັນທີ 28/7, ຢູ່ແຂວງ ນິງບິ່ງ, ໄດ້ດຳເນີນກອງປະຊຸມສຳມະນາ “ປົກປັກຮັກສາສິ່ງແວດລ້ອມຢູ່ເຂດທ່ອງທ່ຽວແຫ່ງຊາດ

ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມຢູ່ເຂດທ່ອງທ່ຽວແຫ່ງຊາດ - ảnh 1 ທີ່ກອງປະຊຸມສຳມະນາ

(ພາບ: baocongthuong.com.vn)

 “ໃນແຜນຜັງພັດທະນາການທ່ອງທ່ຽວເຖິງປີ 2020, ວິໄສທັດເຖິງປີ 2030 ໄດ້ກຳນົດວ່າ: ຫວຽດນາມ ມີເຂດທ່ອງທ່ຽວແຫ່ງຊາດ 47 ແຫ່ງ. ໃນຊຸມປີຜ່ານມາ, ບັນດາເຂດທ່ອງທ່ຽວດັ່ງກ່າວໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ, ປະກອບສ່ວນພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ແລະ ເສດຖະກິດທ້ອງຖີ່ນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ, ເພື່ອຮັບປະກັນພັດທະນາການທ່ອງທ່ຽວແບບຍືນໂຍງຢູ່ບັນດາເຂດທ່ອງທ່ຽວແຫ່ງຊາດ, ຂະແໜງທ່ອງທ່ຽວຈຳເປັນຕ້ອງປະຕິບັດຫຼາຍມາດຕະການຄື: ສືບຕໍ່ປັບປຸງລະບົບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ; ເພີ່ມທະວີຄວາມສາມາດຄຸ້ມຄອງສິ່ງແວດລ້ອມໃນບັນດາເຂດທ່ອງທ່ຽວ, ເຂດອະນຸລັກຮັກສາ; ຍູ້ແຮງວຽກງານກວດກາ, ຕິດຕາມກວດກາກ່ຽວກັບສິ່ງແວດລ້ອມ; ເພີ່ມທະວີການຮ່ວມມືສາກົນໃນການພັດທະນາການທ່ອງທ່ຽວແບບຍືນໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ