ເພີ່ມທະວີການພົວພັນສາມັກຄີ,ມິດຕະພາບຫວຽດນາມ-ກູບາ

ເພີ່ມທະວີການພົວພັນສາມັກຄີ,ມິດຕະພາບຫວຽດນາມ-ກູບາ - ảnh 1
(ພາບປະກອບ)

(vovworld) -​ ວັນ​ທີ 17/8, ກະຊວງ​ພາຍ​ໃນ​ກູ​ບາ, ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດ​ປະຊາຊົນ​ຫວຽດນາມ (19/8/1945-19/8/2015) ​ແລະ 10 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ກູ​ບາ ​ເຢືອງມິ​ງ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ກູ​ບາ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ກຳລັງ​ຕຳຫຼວດ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ພັກ, ສອງ​ລັດຖະບານ, ການ​ພົວພັນ​ແບບ​ພິ​ເສດ​ນີ້​ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກູ​ບາ Jose Luis Mesa Delgado, ກໍ່​ຢືນຢັນ​​ເຖິງ​ການ​ສະໜັບສະໜູນ, ຄວາມ​ສາມັກຄີ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ກູ​ບາ ກໍ່​ຄື ຂອງ​ກະຊວງ​ພາຍ​ໃນ​ກູ​ບາ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້ອັນ​ເປັນ​ທຳ​ຂອງ​ປະຊາຊົນ​ຫວຽດນາມ. ພ້ອມ​ທັງສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ພົວພັນ​ສາມັກຄີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ກະຊວງ​ພາຍ​ໃນ​ກູ​ບາ ​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ ຈະ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ