ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ

(VOVWORLD) -ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນກັບ ອາເມລິກາ ຜ່ານຊ່ອງທາງພັກ, ລັດຖະບານ, ອົງການລັດຖະສະພາ ກໍຄືການພົວພັນແລກປ່ຽນປະຊາຊົນ.
ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper, ຕອນບ່າຍວັນທີ 25 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢືນຢັນວ່າ, ຫວຽດນາມ ເວົ້າລວມ ກໍຄືສະພາແຫ່ງຊາດ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ແລະ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ ບໍ່ພຽງແຕ່ແມ່ນການຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງຢູ່ພາກພື້ນ ແລະ ທົ່ວໂລກຂອງ ຫວຽດນາມ ອີກດ້ວຍ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນກັບ ອາເມລິກາ ຜ່ານຊ່ອງທາງພັກ, ລັດຖະບານ, ອົງການລັດຖະສະພາ ກໍຄືການພົວພັນແລກປ່ຽນປະຊາຊົນ. ທ່ານປະທານສະພາແຫ່ງຊາດຖືວ່າ ຄວາມສາມາດບົ່ມຊ້ອນພັດທະນາການພົວພັນລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່; ທ່ານສະເໜີວ່າ ໃນໄລຍະຈະມາເຖິງ ທ່ານເອກອັກລັດຖະທູດ Marc E.Knapper ແລະ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການຢ້ຽມຢາມຂັ້ນສູງ, ຊຸກຍູ້ການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ Marc E.Knapper ໃຫ້ຮູ້ວ່າ, ການເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດແມ່ນໜຶ່ງໃນບັນດາໜ້າທີ່ຂອງທ່ານໃນອາຍຸການປະຕິບັດງານຢູ່ ຫວຽດນາມ; ບັນດາສະມາຊິກສະພາສູງ, ສະພາຕ່ຳ ອາເມລິກາ ມີຄວາມສົນໃຈທີ່ສຸດເຖິງການພົວພັນ 2 ຝ່າຍ ຫວຽດນາມ - ອາເມລິກາ; ເປັນການສະແດງໃຫ້ເຫັນຄວາມປາດຖະໜາຢາກສວມບົດບາດບໍ່ພຽງແຕ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດເທົ່ານັ້ນ, ຫາກຍັງຊຸກຍູ້ການພົວພັນລະຫວ່າງສະພາສູງ, ສະພາຕ່ຳກັບສະພາແຫ່ງຊາດ ຫວຽດນາມ ອີກດ້ວຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Shawn Perry Steil ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ