ເພີ່ມທະວີການພົວພັນແລກປ່ຽນ,ຮ່ວມມືແມ່ຍິງຫວຽດນາມແລະແມ່ຍິງກູບາ

ເພີ່ມທະວີການພົວພັນແລກປ່ຽນ,ຮ່ວມມືແມ່ຍິງຫວຽດນາມແລະແມ່ຍິງກູບາ - ảnh 1
ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່​ວາ, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ
(ພາບ: TTXVN)

(vovworld) –​ ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສະ​ຫະ​ພັນ​ແມ່​ຍິງ ກູ​ບາ (FMC), ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ໂດຍ​ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່​ວາ, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ, ນຳ​ໜ້າ​ຢ້ຽມ​ຢາມ​ສັນ​ຕະ​ວະ​ໄມ​ຕີ​ ກູ​ບາ ແຕ່​ວັນ​ທີ 4 – 9/7. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ຢູ່​ທັງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່​ວາ ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ຂອງ​ສະ​ມາ​ຄົມ​ໃນ​ບາງ​ຂົງ​ເຂດ​ຄື: ຂົນ​ຂວາຍ​ບັນ​ດາ​ແຫຼ່ງ​ກຳ​ລັງທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໜູນ​ຊ່ວຍ​ແມ່​ຍິງ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮ່ວມ​ມື​ສາ​ກົນ… ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່​ວາ ຂໍ​ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ຂອງ ກູ​ບາ ສຳ​ລັບ ຫວຽດ​ນາມ ໃນ​ຊຸມ​ປີ​ຕໍ່​ສູ້​ຕ້ານ ອາ​ເມ​ລິ​ກາ ກໍ່​ຄື​ໃນ​ການ​ສ້າງ​ສາ​ສັນ​ຕິ​ພາບ, ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​​ຕ້ອງເພີ່ມ​ທະ​ວີ​ການ​ແບ່​ງ​ປັນ​ບົດ​ຮຽນ, ຮ່ວມ​ມື​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ​ເພື່ອ​ພ​້ອມ​ກັນ​ພັດ​ທະ​ນາ. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ກູ​ບາ, ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ໄດ້​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວາ​ລີ​ປະ​ທານ ໂຮ່​ຈີ​ມິນ ຢູ່​ສວນ​ສາ​ທາ​ລະ​ນະ​ຮ່​ວາ​ບີ່ງ, ​ທີ່​ນະ​ຄອນຫຼວງ ລາ​ຮາ​ວານ, ພົບ​ປະ​ຮອ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊ​າດ Ana Machado ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ກູ​ບາ ຈຳ​ນວນ​ໜຶ່ງ.


ຂ່າວ/ບົດ​ອື່ນ