ເພີ່ມທະວີການຮ່ວມມືກັບອັງກິດໃນການສະກັດກັ້ນການຄ້າຂາຍພືດ,ສັດປ່າຢ່າງຜິດກົດໝາຍ

ເພີ່ມທະວີການຮ່ວມມືກັບອັງກິດໃນການສະກັດກັ້ນການຄ້າຂາຍພືດ,ສັດປ່າຢ່າງຜິດກົດໝາຍ - ảnh 1
(ພ​າບ​ປະ​ກອບ)

(vovworld) –​ ​ ວັນ​ທີ 03/02, ທ່ານ Giles Lever,  ​​ເອກ​ອັກ​ຄະ​ລັດ​ຖະ​ທູດອັງ​ກິດ​ປະ​ຈຳ​ຫວຽດ​ນາມ, ​ໄດ້​ກ່າວ​ຄຳ​ເຫັນໃນ​ການ​ປະ​ຊຸມ​ຂ່າວ​​ໃນ​ວັນ​ທີ 03/02 ວ່າ, ລັດ​ຖະ​ບານ 2 ປະ​ເທດ​ຫວຽດ​ນາມ ແລະ ອັງ​ກິດ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ ເພື່ອ​ສະ​ກັດ​ກັ້ນ​ໄພ​ຄ້າ​ຂາຍພືດ, ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ.

      ຫວຽດ​ນາມ, ອັງ​ກິດ ແລະ 44 ປະ​ເທດ​ອື່ນ ກໍ​ພ້ອມ​ກັນ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ລອນດອນ ປີ 2014 ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະ​ວີ​ກອບ​ກົດ​ໝາຍ ເພື່ອ​ສະ​ກັດ​ກັ້ນ​ການ​ຄ້າ​ຂາຍພືດ, ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ. ແລະ ຫວຽດ​ນາມ ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຄ້າ​ຂາຍພືດ, ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ ​ໃນ​ເດືອນ 11 ຈະ​ມາ​ເຖິງ. ທ່ານ Giles Lever ໄດ້​ເວົ້​າ​ວ່າ.

      “ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສ້າງກ​ອບ​ກົດ​ໝາຍ​ຜ່ານ​ບັນ​ດາ​​ດຳ​ລັດ​ຂອງ​ລັດ​ຖະ​ບານ ໃນ​ການ​ຄວ​ບ​ຄຸມ​ສະ​ພາບ​ຄ້າ​ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກພືດ, ສັດ​ປ່າ ເພື່ອ​ແນ​ໃສ່​ປົກ​ປັກ​ຮັກ​ສາ​ບັນ​ດາ​ປະ​ເພດ​ສັດ​ພວມ​ຖືກ​ນາບ​ຂູ່ ກ​ໍ​ຄືຊີ​ວະ​ນາໆ​ພັ​ນ. ລັດ​ຖະ​ບານ​ອັງ​ກິດ ຈະ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ຫວຽດ​ນາມ, ພິ​ເສດ​ແມ່ນ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເພື່ອ​ຊ່ວຍ​ຫວຽດ​ນ​າມ ປະ​ຕິ​ບັດ​ສຳ​ເລັດ​ກອງ​ປະ​ຊຸມ​ຈະ​ມາ​ເຖິງ, ຊີ້​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ຫານີ້”.

ຂ່າວ/ບົດ​ອື່ນ