ເພີ່ມທະວີການຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ ໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ

(VOVWORLD) - ທີ່ການເຮັດວຽກ, 2 ຝ່າຍໄດ້ກວດກາຄືນສະພາບການໄລຍະ 10 ປີແຫ່ງການຜັນຂະຫຍາຍການປະຕິບັດສົນທິສັນຍາ, ແລກປ່ຽນ, ປຶກສາຫາລື ແລະ ເປັນເອກະພາບບັນດາທິດທາງ, ມາດຕະການລະອຽດ
ເພີ່ມທະວີການຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ ໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ - ảnh 1(ທີ່ການເຮັດວຽກ)

        ວັນທີ 24 ກັນຍາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນການເຮັດວຽກລະຫວ່າງຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໂດຍທ່ານລັດຖະມົນຕີ ຮີນແທັງດາດ ເປັນຫົວໜ້າຄະນະກັບຄະນະຜູ້ແທນກະຊວງວິທະຍາສາດ ແລະ ສຶກສາມະຫາວິທະຍາໄລສະຫະພັນລັດເຊຍ ໂດຍທ່ານລັດຖະມົນຕີ Valery Falkov ນຳໜ້າ.

        ທີ່ການເຮັດວຽກ, 2 ຝ່າຍໄດ້ກວດກາຄືນສະພາບການໄລຍະ 10 ປີແຫ່ງການຜັນຂະຫຍາຍການປະຕິບັດສົນທິສັນຍາ, ແລກປ່ຽນ, ປຶກສາຫາລື ແລະ ເປັນເອກະພາບບັນດາທິດທາງ, ມາດຕະການລະອຽດ ເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ເລິກເຊິ່ງຂຶ້ນຕືມ. 2 ຝ່າຍກໍ່ເປັນເອກະພາບນຳກັນໃນຫຼາຍມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃຫ້ຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ