ເພີ່ມທະວີການຮ່ວມມືບຳລຸງສ້າງມະຫາວິທະຍາໄລຫວຽດນາມ - ຝລັ່ງ

ເພີ່ມທະວີການຮ່ວມມືບຳລຸງສ້າງມະຫາວິທະຍາໄລຫວຽດນາມ - ຝລັ່ງ - ảnh 1
ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄື່ອຂ່າ​ນອີນ​ເຕີ​ແນ​ດ ສະພາ​ມະຫາວິທະຍາ​ໄລ​
ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ (USTH) ​ລະຫວ່າງສະຖານ​ທີປາຣີ - ຮ່າ​ໂນ້ຍ - ຈ່າ​ວິ​ງ
(ພາບ: baotintuc.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 25/06, ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄື່ອຂ່າ​ນອີນ​ເຕີ​ແນ​ດ ສະພາ​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ (USTH) ​ລະຫວ່າງສະຖານ​ທີປາຣີ - ຮ່າ​ໂນ້ຍ - ຈ່າ​ວິ​ງ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສາດສະດາຈານ ຟ້າ​ມຫວູລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, ປະ​ທານ​ສະພາ​ USTH, ​ໄດ້ດຳ​ເນີນ​ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ​ຝລ່ັງ ຢູ່​ນະຄອນຫຼວງ​ປາຣີ. ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ສະພາ​ໂຮງຮຽນ​ຝ່າຍ​ຝລັ່ງ ​ແລະ ຫວຽດນາມ ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ວິຊາ​ການ​ສຶກສາ, ຍຸ​ດທະ​ສາດ​ໄລຍະ​ຍາວດ້ານ​ການ​​ເງິນຂອງ​ໂຮງຮຽນ ກໍ່ຄືສືບ​ຕໍ່​ສ້າງ ​ແລະ ປັບປຸງ​ກົນ​ຈັກ​ຄຸ້ມ​ຄອງ​ຂອງ​ໂຮງຮຽນ, ພິ​ເສດ​ແມ່ນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ປະ​ສິດທິ​ຜົນການບໍລິຫານງານ...

        ​ເຂົ້າ​ຮ່ວມກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ USTH ​ແມ່ນ​ໂຄງການ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຝລັ່ງ ​ໃນ​ສະຕິ​ວັດ​ທີ 21. ທ່ານ​ນາງ Genevieve Fioraso, ລັດຖະມົນ​ຕີ​ກະຊວງ​ສຶກສາ​ມະຫາວິທະຍາ​ໄລ ​ແລະ ຄົ້ນ​ຄ້ວາ​ຝລັ່ງ ​ໃຫ້​ຮູ້​ວ່າ ຕາມ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ໃນ​ວັນ​ທີ 28/12/2012 ລະຫວ່າງ 2 ລັດຖະບານ, ຝລັ່ງ​ ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ​ໃນ​ຮອບ​ເວລາ 10 ປີຈະ​ຍາດ​ໄດ້ 100 ລ້ານ ​ເອ​ໂລ ​ໃຫ້​ແກ່​ການກໍ່ສ້າງ ​ແລະ ພັດທະນາ USTH, ດ້ວຍ​ຈຸດໝາຍ​ຈະ​ຕອນ​ຮັບ​ນັກ​ສຶກສາ​ຫວຽດນາມ 3.000 ຄົນ ນັບ​ແຕ່​ປີ 2013 ຮອດ​ປີ 2020 ​ແລະ ຮັບນັກ​ສຶກສາ 6.000 ຄົນ​ຮອດ​ປີ 2026.

ຂ່າວ/ບົດ​ອື່ນ