ເພີ່ມທະວີການຮ່ວມມືພັດທະນາກະສິກຳ ແລະ ການປ້ອງກັນຕ້ານໂລກລະບາດຈາກສັດສູ່ຄົນ

(VOVWORLD) -ຂະແໜງກະສິກຳ ຫວຽດນາມ ໄດ້ວາງອອກບັນດາໜ້າທີ່ ແລະ ເປົ້າໝາຍລະອຽດ ຈະແມ່ນນັກສະໜອງທັນຍາຫານ, ສະບຽງອາຫານ “ກະຈ່າງແຈ້ງ - ມີຄວາມຮັບຜິດຊອບ - ຍືນຍົງ”:
ເພີ່ມທະວີການຮ່ວມມືພັດທະນາກະສິກຳ ແລະ ການປ້ອງກັນຕ້ານໂລກລະບາດຈາກສັດສູ່ຄົນ - ảnh 1ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ
(ພາບ: nongnghiep.vn)

ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິນຮວານ ແລະ ທ່ານ Prasana De Silva, ຜູ້ອຳນວຍການທົ່ວໂລກ, ອົງການຈັດຕັ້ງສາກົນກ່ຽວກັບການປົກປັກຮັກສາທຳມະຊາດ (WWF), ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ “ເພີ່ມທະວີການຮ່ວມມືພັດທະນາກະສິກຳ ແລະ ຄູ່ຮ່ວມມື ດ້ານສຸຂະພາບກ່ຽວກັບການປ້ອງກັນ ຕ້ານໂລກລະບາດຈາກສັດສູ່ຄົນ ໄລຍະ 2022 - 2026”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ເລມິນຮວານ ເນັ້ນໜັກວ່າ: ຂະແໜງກະສິກຳ ຫວຽດນາມ ໄດ້ວາງອອກບັນດາໜ້າທີ່ ແລະ ເປົ້າໝາຍລະອຽດ ຈະແມ່ນນັກສະໜອງທັນຍາຫານ, ສະບຽງອາຫານ “ກະຈ່າງແຈ້ງ - ມີຄວາມຮັບຜິດຊອບ - ຍືນຍົງ”:

“ພື້ນຖານກະສິກຳ ຫວຽດນາມ ພວມກຳນົດຈາກການເດີນຕາມປະລິມານຄືໃນໄລຍະຜ່ານມາ ໄປສູ່ກະສິກຳຈີນຕະນາການໃໝ່ສຳຜັດຕາມທິດມູນຄ່າຫຼາຍຢ່າງ. ຄຽງຂ້າງນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຍັງມີການຮ່ວມເດີນທາງຂອງບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີອົງການຈັດຕັ້ງສາກົນກ່ຽວກັບການປົກປັກຮັກສາທຳມະຊາດ. ຈາກບັນດາສັນຍານດັ່ງກ່າວໄດ້ຊີ້ໃຫ້ເຫັນການເປີດກາລະໂອກາດຮ່ວມມື ເພື່ອໃຫ້ 2 ຝ່າຍສືບຕໍ່ຮ່ວມມືເພື່ອພາລະກິດລວມ ແລະ ພ້ອມກັນມີໜ້າທີ່ຄວາມຮັບຜິດຊອບນຳກັນ”.

ສ່ວນທ່ານ Prasana De Silva, ຢັ້ນຢືນວ່າ: WWF ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດໃນວິວັດການສ້າງໂຄງປະກອບຄືນໃໝ່, ພັດທະນາຂະແໜງກະສິກຳແບບຍືນຍົງ, ຕາມທິດລວງເລິກ; ພັດທະນາບັນດາຂະແໜງສິນຄ້າມີມູນຄ່າ ແລະ ຕາມທິດຟື້ນຟູແຫຼ່ງຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ແກ່ປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ