ເພີ່ມທະວີການຮ່ວມມືຫວຽດນາມ-UNDPໃນຂົງເຂດສິ່ງແວດລ້ອມ

ເພີ່ມທະວີການຮ່ວມມືຫວຽດນາມ-UNDPໃນຂົງເຂດສິ່ງແວດລ້ອມ  - ảnh 1
ກົມ​ຮ່ວມ​ມື​ສາກົນ ເຮັດ​ວຽກ​ກັບ UNDP
ພາບ: internet


(vovworld)- ວັນ​ທີ 20/8, ຢູ່ ຮ່າ​ໂນ້ຍ, ກົມ​ຮ່ວມ​ມື​ສາກົນ ສັງກັດ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ອົງການ​ພັດທະນາ​ສປຊ ປະຈຳ ຫວຽດນາມ (UNDP). ນີ້​ແມ່ນ​ການປະຊຸມ​ປະ​ຈຳ​ປີ ​ເພື່ອ​​ກວດກາ​ສະພາບ​ການ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ດັ່ງກ່າວ​ກັບ UNDP. ຕາມ​ທ່ານ ​ເຈີ​ນຮົ່ງຮ່າ, ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ແລ້ວ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ພວມ​ດຳ​ເນີນ​ການ​ສ້າງ​ບັນດາ​ໂຄງການ​ລະຫວ່າງ​ຂົງເຂດ. ພິ​ເສດ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ພັດທະນາ​ຕາມ​ຮູບ​ແບບ​ເສດຖະກິດ​ຂຽວ. ສະ​ນັ້ນ ທ່ານ​ຮອງ​ລັດຖະມົນ​ຕີ ສະ​ເຫ​ນີ UNDP ສືບ​ຕໍ່​ຫນູນ​ຊ່ວຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ປະຕິບັດ​ບັນດາ​ໂຄງການ​ບຸລິມະສິດ​ຕາມ​ຂົງ​ເຂດ​ດັ່ງກ່າວ. ທ່ານ​ນາງ Louise Chamberlain, ຜູ້ອຳນວຍການ​ໂຄງການ​ພັດທະນາ ສປຊ ປະຈຳ​ຫວຽດນາມ ຖື​ວ່າ: ​ໃນ​ອະນາຄົດ, ຄຽງ​ຄູ່​ການ​ເພີ່ມ​ບັນດາ​ໂຄງການ​ພວມ​ກໍ່ສ້າງ​ແລ້ວ,  UNDP ຈະ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ໂຄງການ​​ໃຫມ່​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ອະນຸລັກ​ຮັກສາ​ຊີວະ​ນາ​ໆ​ພັນ.

ຂ່າວ/ບົດ​ອື່ນ