ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ຫວຽດນາມ ແລະ ອັກຊັງຕີງ

(VOVWORLD) -  ຕາມຕົວເລກສະຖິຕິແລ້ວ, ປີ 2016, ຫວຽດນາມ ມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອັກຊັງຕີງ ຈຳນວນເງິນ 270 ລ້ານ USD ບັນດາປະເພດສິນຄ້າຕົ້ນຕໍແມ່ນເກີບໜັງ, ວັດຖຸດິບໃນຂະແໜງຕ່ຳແຜ່ນຕັດຫຍິບ…
 

ວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ສະຖານທູດ ປະເທດ ສາທາລະນະລັດ ອັກຊັງຕີງ ປະຈຳ ຫວຽດນາມ ໄດ້ສົມທົບກັບກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ, ການຄ້າ) ຈັດຕັ້ງລາຍການພົບປະເຊື່ອມຕໍ່ວິສາຫະກິດ ອັກຊັງຕີງ ແລະ ວິສາຫະກິດ ຫວຽດນາມ ໃນຂົງເຂດຜະລິດຕະພັນກະເສດ, ທັນຍາຫານ.

        ກ່າວຄຳເຫັນໄຂລາຍການ, ທ່ານນາງ ຫງວຽນທິທູຖູຍ, ຮອງຜູ້ອຳນວຍການສູນໜູນຊ່ວຍການສົ່ງອອກ, ກົມສົ່ງເສີມການຄ້າ, ຢັ້ງຢືນວ່າ ຫວຽດນາມ ແລະ ອັກຊັງຕີງ ມີຄວາມສາມາດບົ່ມຊ້ອນຮ່ວມມືພັດທະນາຫຼາຍຢ່າງ:

        “2 ຕະຫຼາດໃຫຍ່ດ້ວຍພົນລະເມືອງທັງໝົດ 145 ລ້ານຄົນ ມີຄວາມຕ້ອງການຄ້າຍຄືກັນ ແລະ ບັນດາຜະລິດຕະພັນໜູນຊ່ວຍໃຫ້ກັນໃນວິວັດແຫ່ງການຜະລິດທົ່ວໂລກ ພວມສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ 2 ປະເທດເພີ່ມທະວີການສຳພັດກັບຕະຫຼາດນັບທັງລວງກ້ວາງ ແລະ ລວງເລິກ. ປະຊາຄົມວິສາຫະກິດ ຫວຽດນາມ ແລະ ອັກຊັງຕີງ ພວມຕັ້ງໜ້າເປີດກ້ວາງຕະຫຼາດ ແລະ ສຳພັດບັນດາຜະລິດຕະພັນຂອງຕົນຢ່າງເໝາະສົມ, ມີປະສິດທິຜົນ, ແທດຈິງ, ແກ້ໄຂບັນດາສິ່ງຈຳກັດ ແລະ ຊ່ອງຫວ່າງດ້ານພຸມສາດເທື່ອລະກ້າວ.”

        ຕາມຕົວເລກສະຖິຕິແລ້ວ, ປີ 2016, ຫວຽດນາມ ມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອັກຊັງຕີງ ຈຳນວນເງິນ 270 ລ້ານ USD ບັນດາປະເພດສິນຄ້າຕົ້ນຕໍແມ່ນເກີບໜັງ, ວັດຖຸດິບໃນຂະແໜງຕ່ຳແຜ່ນຕັດຫຍິບ… ໃນຂະນະນັ້ນ, ຫວຽດນາມ ນຳເຂົ້າຈາກ ອັກຊັງຕີງ ດ້ວຍມູນຄ່າ 2,67 ຕື້ USD, ເຊິ່ງສຸມໃສ່ບັນດາປະເພດສິນຄ້າຫົວອາຫານສັດ ແລະ ສາລີ… ຄາດວ່າ, ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ອັກຊັງຕີງ ປີ 2017 ຈະບັນລຸ 3,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ