ເຢຍລະມັນຍົກເລີກການແຂ່ງຂັນລົດຖີບໃນວັນທີ1/5ຍ້ອນອາດຈະເກີດກໍ່ການຮ້າຍ

ເຢຍລະມັນຍົກເລີກການແຂ່ງຂັນລົດຖີບໃນວັນທີ1/5ຍ້ອນອາດຈະເກີດກໍ່ການຮ້າຍ - ảnh 1
ພາບ​ປະ​ກອບ:internet

(vovworld) - ພາຍ​ຫລັງ​ຕຳ​ຫລວດ​ນະ​ຄອນ Frankfurt/Main ຈັບ​ຕົວ​ສອງ​ຄົນ​ທີ່​ຖືກ​ສົງ​ໃສວ່າ​ແມ່ນ​ຜູ້​ຈະ​ວາງ​ລະ​ເບີດກໍ່​ການ​ຮ້າຍ, ການ​ແຂ່ງ​ຂັນ​ລົດ​ຖີບ​ຊື່ງ​ຄາດ​ວ່າ​ດຳ​ເນີນ​ໄປ​ໃນ​ວັນ​ກຳ​ມະ​ກອນ​ສາ​ກົນ 1/5 ຖືກ​ຍົກ​ເລີກ ຍ້ອ​ນ​ອາດ​ຈະ​ເກີດ​ການບຸກ​ໂຈ​ມ​ຕີ​ເລັ່ງ​ໃສ່​ເຫດ​ການນີ້. ​ເຈົ້າ​ຫນ້າ​ທີ່​ເຢຍ​ລະ​ມັນ ໃຫ້​ຮູ້​ວ່າ: ການ​ຈັບ​ຕົວ​ສອງ​ຄົນ​ດັ່ງ​ກ່າວ ໄດ້​ຊ່ວຍ​ສະ​ກັດ​ກັ້ນ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ, ໃນ​ນັ້ນ ການ​ແຂ່ງ​ຂັນ​ລົດ​ຖ​ີບ ແມ່ນ​ຈຸດ​ໝາຍ​ຂອງ​ພວກກໍ່ການ​ຮ້າຍ. ໃນ​ໄລ​ຍະ​ຜ່ານ​ມາ, ເຈົ້າ​ຫນ້າ​ທີ່​ເຢຍ​ລະ​ມັນ ຕ້ອ​ງ​ຍົກ​ເລີກ​ເຫດ​ການ​ຈຳ​ນວນ​ຫນຶ່ງ ຍ້ອນ​ມີ​ຄວາມ​ວິ​ຕົກ​ກັງວ​ົນ​ຕໍ່ຄວາມ​ສ່ຽງ​ເກີດ​ເຫດກໍ່​ການ​ຮ້າຍ​.

 

 

 

 

 

 

ຂ່າວ/ບົດ​ອື່ນ